ຄວາມໝາຍຂອງຊື່ເອື້ນ ”ດ້ຽນບຽນຝູທາງອາກາດ”

ຄວາມໝາຍຂອງຊື່ເອື້ນ  ”ດ້ຽນບຽນຝູທາງອາກາດ” - ảnh 1

ໄຊຊະນະດ້ຽນບຽນ​ຝູທາງ​ອາກາດ

(ພາບ:tamnhin.net)

(VOV)- ​ເດືອນ 10/1972, ຕາມການ​ຕົກລົງກັນລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ສອງ​ຝ່າຍຕ້ອງ​ເຊັນ​ສັນຍາ​ຢຸດຕິ​ສົງຄາມ, ສ້າງສັນ​ຕິ​ພາບ​ຢູ່​ຫວຽດນາມ ຄືນ​ໃໝ່ ​ແຕ່​ຝ່າ​ຍອາ​ເມ​ລິ​ກາ​ ພັດບໍ່​ປະຕິບັດ ​ແລະ ​ໄດ້​ສົ່ງ​ເຮືອບິ​ນ B52 ມາ​ຖີ້ມລະ​ເບີດ​ຢູ່​ນະຄອນ​ຮ່າ​ໂນ້ຍ ​ແລະ ຫາຍ​ຟອງ. ​ແຕ່​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ນີ້​ຂອງ​ອາ​ເມ​ລິ​ກາ ​ໄດ້​ຖືກ​ປະລາ​ໄຊ​ໄປ​ຢ່າງ​ຊີ້ນ​ເຊິ​ງ, ​ເຮືອບິນ​ທັນ​ສະ​ໄໝ​ຂອງ​ອາ​ເມ​ລິ​ກາ 81 ລຳ​ຖືກ​ຍິງ​ຕົກ ​ແລະ ນັກ​ບິນ​ອາ​ເມ​ລິ​ກາ​ ຫຼາຍ​ຄົນ​ຖືກ​ດັບ​ສູນ ​ແລະ ຈັບ​ຕົວ. ​ໄຊຊະນະ​ດ້ຽນບຽນ​ຝູ ທາງ​ອາກາດ​ປີ 1972 ມີ​ຄວາມ​ໝາຍ​ຕີ​ປະລາ​ໄຊ​ເຈດ​ຈຳນົງ​ຢາກສືບ​ຕໍ່ດຳ​ເນີນ​ສົງຄາມ​ຮຸກ​ຮານ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ, ບັງຄັບ​ໃຫ້​ເຂ​ົາ​ເຈົ້າຕ້ອງ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ປາຣີ ​​ໃນ​ວັນ​ທີ 27/1/1973.

   ​ໂດຍ​ໄດ້​ທຳ​ການ​ສູ້​ຮົບຢ່າງ​ພິລະ​ອາດ​ຫານ​ໃນ​ເວລາ 12 ວັນ ​ແລະ ຄືນ (18/12-29/1/1972), ກອງທັບ ​ແລະ ປະຊາຊົນ​ຮ່າ​ໂນ້ຍ, ຫາຍ​ຟອງ ​ໄດ້​ສ້າງບັນຮົບ “ດ້ຽນບຽນ​ຝູທາງ​ອາກາດ“ ດັ່ງ​ກ້ອງ​ກັງວານ, ບັງຄັບ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ ຕ້ອງ “ຍອມ​​ປະລາ​ໄຊ“ ​ໃນ​ເຂດ​ນ່ານຟ້າ​ຮ່າ​ໂນ້ຍ. ຮອງ​ສາດສະດາຈານ, ດຣ Nguyen Manh Ha ຫົວໜ້າ​ສະ​ຖາ​ບັນ​ປະຫວັດສາດ​ພັກ​ໃຫ້​ຮູ້​ວ່າ:

   “​ໄຊ​ນະ​ນະ​ບັ້ນຮົບ​ດ້ຽນບຽນ​ຝູ​ເມື່ອ​ປີ 1954 ​ໄດ້​ເຮັດ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ຖືກ​ປະລາ​ໄຊ​ໄປ. ຕ້ອງ​ນັ່ງ​ເຂົ້າ​ໃນ​ໂຕະ​ເຈລະຈາ​ກັບ​ຫວຽດນາມ ຢູ່​ກອງ​ປະຊຸມ​ເຊີ​ແນວ ​ແລະ ​ເຊັນ​ສັນຍາ​ເຊີ​ແນວ ກັບ​ຫວຽດນາມ ​ເມື່ອ​ເດືອນ 7/1954. ​ໄຊ​ນະ​ນະ​ຂອງ​ຫວຽດນາມ ​ໃນ 12 ວັນ ​ແລະ ຄື​ນທ້າຍ​ປີ 1972 ກໍ່​ມີ​ຄວາມໝາຍ​ເຊັ່ນ​ດຽວ​ກັນ. ​ເຫດການ 12 ວັນ ​ແລະ ຄືນ​ມີ​ຄວາມ​ໝາຍ​ຄື​ກັນ​ກັບ​ບັ້ນຮົບ​ດ່ຽນບຽນ​ຝູ ຢູ່ບ່ອນ​ວ່າ: ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມຕັດສິນ​ໃຈ​ຍາດ​ເອົາ​ໄຊຊະນະຂອງ​ຊາດ​ຫວຽດນາມ, ນັ້ນ​ແມ່ນ​ບໍ່​ຍອມ​ຈຳນົນ​ຕໍ່​ບໍ່​ວ່າ​ກຳລັງ​ທະຫານ​ໃດ, ນັບທັງ​ເຮືອບິນ​ຍຸດ​ທະ​ສາດ B52“.

ຂ່າວ/ບົດ​ອື່ນ