ຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງໃຫ້ຄຳເຫັນໃສ່ບັນດາແຜນຮ່າງທີ່ສຳຄັນ


ຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງໃຫ້ຄຳເຫັນໃສ່ບັນດາແຜນຮ່າງທີ່ສຳຄັນ - ảnh 1
ກອງປະ​ຊຸມຄັ້ງ​ທີ 19 ຂອງຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂັ້ນ​ສູນ​ກາງ

(vovworld)- ຕອນ​ບ່າຍ​ວັນ​ທີ 16/7, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂັ້ນ​ສູນ​ກາງ ໄດ້​ດຳ​ເນີນກອງປະ​ຊຸມຄັ້ງ​ທີ 21, ປຶກ​ສາ​ຫາ​ລື ແລະ ສືບ​ຕໍ​ໃຫ້​ຄ​ຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງ “ປ່ຽນ​ໃໝ່​ກົນ​ໄກ​ຈັດ​ແບ່ງ​ງົບ​ປະ​ມານ​ໃຫ້​ແກ່​ສານ​ປະ​ຊາ​ຊົນຕາມ​ຈິດ​ໃຈ​ມະ​ຕິ 49 ຂອງ​ກົມ​ການ​ເມືອງ” ແລະ ແຜນ​ຮ່າງ “ປ່ຽນ​ໃໝ່​ກົນ​ໄກ​ຈັດ​ແບ່ງ​ງົບ​ປະ​ມານ​ໃຫ້​ແກ່​ອົງ​ການ​ໄອ​ຍະ​ການປະ​ຊາ​ຊົນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ”. ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ ການ​ປະ​ຕິ​ຮູບ​ຕຸ​ລາ​ການຂັ້ນ​ສູນ​ກາງ ໄດ້​ສະ​ເໜີ​ວ່າ ຄວນກວດ​ກາ​ບັນ​ດາ​ຂໍ້​ກຳ​ນົດ​ກົດ​ໝາຍ​ເພື່ອ​ຊອກ​ຫາ​ຮູບ​ແບບ​ຄຸ້ມ​ຄອງ​ງົບ​ປະ​ມານ​ທີ່​ສອດ​ຄ່ອງ. ແລະ ກໍ​ໃນ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ໃນ ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂັ້ນ​ສູນ​ກາງ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ໂຄງ​ການ​ສົມ​ທົບ​ວຽກ​ງານ​ຖະ​ແຫຼງ​ຂ່າວ​ໂຄ​ສະ​ນາ​ລະ​ຫວ່າງ ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂັ້ນ​ສູນ​ກາງ ແລະ ສະ​ພາ​ສົມ​ທົບ​ເຜີຍ​ແຜ່​ສຶກ​ສາ​ກົດ​ໝາຍ​ຂັ້ນ​ສູນ​ກາງ.

ຂ່າວ/ບົດ​ອື່ນ