ຄະນະປະຈຳສະພາແຫ່ງຊາດປຶກສາຫາລືແຜນຮ່າງປ່ອນບັດໄວ້ວາງໃຈ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືແຜນຮ່າງປ່ອນບັດໄວ້ວາງໃຈ - ảnh 1
ພາບປະກອບ: internet


(vovworld) - ຕອນ​ເຊົ້າ​ວັນ​ທີ 14/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ໃຫ້​ຄຳ​ເຫັນ​​ໃສ່​ແຜນ​ຮ່າງ​ຂັ້ນ​ຕອນ, ລະບຽບ​ການ, ວິ​ທີ​ການ​ປະຕິບັດ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ. ທີ່​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນຕ້ອງ​ສ້າງ​ແຜນ​ຮ່າງ​ດັ່ງກ່າວ​ໃນ​ຈຸດ​ເວລາ​ປະຈຸ​ບັນ ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ. ກ່ຽວ​ກັບ​ຂອບ​ເຂດ​​ຜູ້​ຖືກ​ປ່ອນ​ບັດ​ໄວ້​ວາງ​ໃຈ, ປະຈຸ​ບັນ​ຍັງ​ມີ​ຄຳ​ເຫັນ​ແຕກຕ່າງ​ກັນ. ຄຳ​ເຫັນ​ສ່ວນ​ຫລາຍ​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ແມ່ນ​ສະ​ເຫ​ນີຂອບ​ເຂດ​ຜູ້​ຖືກ​ປ່ອນ​ບັດ​​ໄວ້​ວາງ​ໃຈ, ຢູ່​ສູນ​ກາງ​ແມ່ນ​ຂັ້ນ​ລັດຖະມົນຕີ​ຂຶ້ນ​​ໄປ, ຢູ່​ທ້ອງ​ຖິ່ນ​ລວມມີ: ຜູ້​ປະຈຳ​ສະພາ​ປະຊາຊົນ, ບັນດາ​ສະມາຊິກ​ຂອງ​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ. ​ທ່ານ Dao Trong Thi ປະທານ​ກຳມາ​ທິການ​ວັດທະນະທຳ, ການ​ສຶກສາ,​ ຊາວ​ຫນຸ່ມ ​ແລະ ​ເຍົາວະ​ຊົນ​ຂອງ​ສະພາ​ແຫ່ງ​ຊາດ​ສະ​ເຫ​ນີວ່າ: ຂອບ​ເຂດ​ຜູ້​ຖືກ​ປ່ອນ​ບັດ​ໄວ້​ວາງ​ໃຈ​ລວມມີ​ຜູ້​ດຳລົງ​ຕຳ​ແຫນ່​ງທັງ​ໝົດ​ ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫລື​ໃຫ້​ສັດຕະ​ຍາ​ບັນ. ທ່ານ Dao Trong Thi  ຍົກ​ຄຳ​ເຫັນ​ວ່າ:

        “ນີ້​ແມ່ນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕິດ​ພັນ​ກັບ​ການ​ຕີ​ລາຄາ​ພະນັກງານ​ປະຈຳ​ປີ. ສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫ​ນີ ຄວນ​ປະຕິບັດ​ສຳລັບ​ທຸກ​ຄົນ, ພຽງ​ຕ່າງ​ກັນ​ຢູ່​ບ່ອນ​ວ່າ ອາດ​ຈະ​ແບ່ງ​ຂັ້ນ. ”

 

ຂ່າວ/ບົດ​ອື່ນ