ຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານຫວຽດນາມເຮັດວຽກຢູ່ກຳປູເຈຍ
ຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານຫວຽດນາມ
ເຮັດວຽກຢູ່ກຳປູເຈຍ
(ພາບ: nhandan.com.vn)
(vovworld) - ວັນທີ 7/8, ຢູ່ສຳນັກງານສະພາສູງກຳປູເຈຍ, ທ່ານປະທານ ສະພາສູງກຳປູເຈຍ Sao Chhum ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງອົງການກວດກາລັດຖະບານ ຫວຽດນາມ, ໂດຍທ່ານຮອງຫົວໜ້າ ອົງການກວດກາລັດຖະບານ ເຈິ່ນດຶກເລື້ອງ ນຳໜ້າ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ ໃນລະຫວ່າງວັນທີ 6-10/8. ທີ່ການຕ້ອນຮັບ, ທ່ານປະທານ ສະພາສູງກຳປູເຈຍ Sao Chhum ຖືວ່າ, ໃນຕໍ່ໜ້າຂະແໜງກວດກາສອງປະເທດຄວນຍູ້ແຮງການເຄື່ອນໄຫວຮ່ວມມື, ພ້ອມກັນໜູນຊ່ວຍເພື່ອສຳເລັດບັນດາໜ້າທີ່ວິຊາການ; ທັງປະກອບສ່ວນເຂົ້າໃນການປັບປຸງ, ກໍ່ສ້າງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ.
ຕອນບ່າຍວັນດຽວກັນ, ຄະນະຜູ້ແທນຫວຽດນາມ ກໍ່ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງພົວພັນສະພາແຫ່ງຊາດ - ສະພາສູງ ແລະ ອົງການກວດກາກຳປູເຈຍ, ໂດຍທ່ານລັດຖະມົນຕີ Chheng Saroeun ນຳໜ້າ ເພື່ອປຶກສາຫາລືແຜນການເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການກວດກາສອງປະເທດ. ສອງຝ່າຍເຫັນດີຖືວ່າ, ໃນຊຸມປີຜ່ານມາ, ການເຄື່ອນໄຫວຮ່ວມມືລະຫວ່າງສອງອົງການກວດກາສອງປະເທດ ໄດ້ ແລະ ພວມໄດ້ຮັບການເພີ່ມທະວີຢ່າງແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ. ທ່ານຮອງຫົວໜ້າ ອົງການກວດກາລັດຖະບານ ເຈິ່ນດຶກເລື້ອງ ແລະ ທ່ານລັດຖະມົນຕີ Chheng Saroeun ເຫັນດີສືບຕໍ່ຄົ້ນຄ້ວາ, ປັບປຸງຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ ຕາມທິດພັດທະນາການເຄື່ອນໄຫວຮ່ວມມືລະຫວ່າງຂະແໜງກວດກາສອງປະເທດຢ່າງມີປະສິດທິຜົນ.