ຄະນະຜູ້ແທນຂັ້ນສູງແຂວງ ກວາງຫງ້າຍ ພົບປະກັບ ປະທານສະພາແຫ່ງຊາດ ລາວ

ຄະນະຜູ້ແທນຂັ້ນສູງແຂວງ ກວາງຫງ້າຍ ພົບປະກັບ ປະທານສະພາແຫ່ງຊາດ ລາວ - ảnh 1
ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ Pham Minh Toan ພົບປະກັບ
ທ່ານນາງປະທານ​ສະພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້
( ພາບ: vietnamplus.vn )


(vovworld) –     ວັນ​ທີ 14/7, ຢູ່​ວຽງ​ຈັນຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ກວາງ​ຫງ້າຍ ​ໂດຍ​ທ່ານ Pham Minh Toan, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ນຳ​ໜ້າ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານນາງປະທານ​ສະພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້. ທ່ານ Pham Minh Toan ​ໃຫ້​ຮູ້​ວ່າ ​ໃນ​ການ​ປະຕິບັດ​ງານ​ຢູ່​ລາວ ຄັ້ງ​ນີ້, ​ແຂວງ​ກວາງ​ຫງ້າ​ຍ ສືບ​ຕໍ່​ລົງ​ນາມ​ໃນ​ໂຄງການ​ຮ່ວມ​ມື​ໃໝ່​ຫຼາຍ​ສະບັບກັບ​ບັນດາ​ແຂວງ​ຄື ອັດ​ຕະປື ​ແລະ ຈຳ​ປະ​ສັກ. ​ແຂວງ​ກວາງ​ຫງ້າ​ຍ ຈະ​ຊ່ວຍ​ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ ບຳລຸງ​ສ້າງ​ນັກ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ​ແຕ່ 20 – 30 ຄົນ ​ເລີ່​ມ​ແຕ່​ສົກຮຽນ 2013 – 2014; ຊ່ວຍ​ລາວ ກໍ່ສ້າງ​ບາງ​ກິດຈະກຳ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ປີ​ແຫ່ງ​ຄວາມ​ສາມັກຄີມິດຕະພາບ​ຫວຽດນາມ - ລາວ 2012, ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ແຂວງ​ທາງ​ພາກ​ໃຕ້​ຂອງ​ລາວ ​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ​ແຫຼ່ງຊັບພະ​ຍາກ​ອນມະນຸດ ​ແລະ ອຸດສາຫະກຳ​​ປຸງ​ແຕ່ງ, ​ໃນ​ໂອກາດ​ນີ້, ຄະນະ​ປະຕິບັດ​ງານ​ແຂວງ​ກວາງ​ຫງ້າ​ຍ ​ໄດ້​ມອບ​ໃຫ້​ແຂວງ ຈຳ​ປະ​ສັກ​ຈຳນວນ​ເງິນ 1 ຕື້​ດົງ ​ເພື່ອ​ໜູນ​ຊ່ວຍ​ກໍ່ສ້າງ​ໂຮງຮຽນ​ການ​ທະ​ຫານ ​ແລະ ອຸປະກອນ​ພາຍ​ໃນ​ຫ້ອງການ​ຈຳນວນ​ໜຶ່ງ.

ຂ່າວ/ບົດ​ອື່ນ