( vovworld ) – ວັນທີ 1/5, ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດແຫ່ງສປປ ລາວ ໂດຍທ່ານເລຂາຄະນະພັກແຂວງ, ເຈົ້າແຂວງ ສຸພັນ ແກ້ວມີໄຊ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Phu Yen. ທີ່ການເຮັດວຽກ, ການນຳສອງແຂວງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກລະຫວ່າງສອງທ້ອງຖິ່ນໃນໄລຍະຜ່ານມາ. ການນຳສອງທ່ານໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຍາວນານໃນບັນດາຂົງເຂດຄື ການພັດທະນາການຄ້າ, ການທ່ອງທ່ຽວ, ວັດທະນະທຳສັງຄົມ, ແລກປ່ຽນຂ້ໍມູນຂ່າວເພື່ອດຶງດູດການລົງທຶນ, ນະໂຍບາຍໃຫ້ບຸລິມະສິດແກ່ວິສາຫະກິດ, ການພັດທະນາດ້ານການຄ້າ ການບໍລິການ, ການພັດທະນາສິນຄ້າຂອງສອງແຂວງ ແລະ ການເພີ່ມທະວີບັນດາການເຄື່ອນໄຫວມິດຕະພາບລະຫວ່າງສອງປະເທດ. ການນຳສອງທ່ານກໍໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂອຳນວຍຄວາມທີ່ສະດວກ ເພື່ອໃຫ້ວິສາຫະກິດຂອງສອງແຂວງປະຕິບັດການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນ.