ຄະນະຜູ້ແທນພັກກອມມູນິດຝຣັ່ງຢ້ຽມຢາມ ຫວຽດນາມ

ຄະນະຜູ້ແທນພັກກອມມູນິດຝຣັ່ງຢ້ຽມຢາມ ຫວຽດນາມ - ảnh 1
ທ່ານເລຮົ່ງແອງ ໃຫ້ການຕ້ອນຮັບຄະນະຜູ້ແທນພັກ ກອມມູນິດ ຝຣັ່ງ
(ພາບ: An Đăng - TTXVN
)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/10, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ ​ເລ​ຮົ່ງ​ແອ​ງ , ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການ​ຄະນະ​ເລຂາສູນ​ກາງ​ພັກ ​ໄດ​້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຝຣັ່ງ ​ໂດຍ​ທ່ານ​ນາງ Lydia Samarbakhsh, ຫົວ​ໜ້າ​ຄະນະ​ພົວພັນຕ່າງປະ​ເທດ​ສູນ​ກາງ​ພັກ, ​ເປັນ​ຫົວໜ້າ​ຄະນະ​.

        ທ່ານ​ ​ເລ​ຮົ່ງ​ແອງ ​ໄດ້​ຊົມ​ເຊີຍ​ພັກ​ກອມ​ມູນິດ ຝຣັ່ງ ​ທີ່ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 36 ສຳ​ເລັດ​ຜົນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ພັກ​ກອມ​ມູນິດ ຫວຽດນາມ, ລັດ​ຖະບານ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ບັນດາ​ພັກ​ອ້າຍ​ນ້ອງ, ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ພັກ​ກອມ​ມູນິດ ຝຣັ່ງ ​ເປັນ​ສຳຄັນ. ທ່ານ ​ເລ​ຮົ່ງ​ແອ​ງ ຖື​ວ່າ: ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ຝຣັ່ງພວມ​ມີ​ເງື່ອນ​ໄຂ​ພາວະ​ວິ​ໄສ​ເພື່ອ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ໃນ​ຫຼາຍ​ດ້ານ, ພິ​ເສດ​ພາຍຫຼັງ 2 ປະ​ເທດ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ເດືອນ 9 ຜ່ານ​ມາ. ທ່ານ ​ເລ​ຮົ່ງ​ແອ​ງ ຢືນຢັນ​ວ່າ: ຫວຽດນາມ ສືບ​ຕໍ່​ແນວທາງ​ການຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

        ​ໃນ​ໄລຍະ​ຢູ່ຢ້ຽມຢາມ ຫວຽດນາມ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຝຣັ່ງ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ, ປຶກສາ​ຫາລືມາດ​ຕະການ​ຕ່າງໆ​ເພື່ອ​ເພີ່​ມທະວີ​ການ​ພົວພັນ​ລະຫວ່າງ 2 ພັກ, ປະ​ກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ລັດ ​ແລະ ປະຊາຊົນ​ 2 ປະ​ເທດ ຫວຽດນາມ - ຝຣັ່ງ.

 

ຂ່າວ/ບົດ​ອື່ນ