ຄະນະຜູ້ແທນແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ຈີນ
(ທ່ານນາງ ບູ່ຍທິແທງ ເຮັດວຽກກັບທ່ານ ຢ໋ຽວເຈີນຈີ໋ງ)
(vovworld) – ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານນາງ ບູ່ຍທິແທງ ຮອງປະທານນຳໜ້າ ພວມມີການຢ້ຽມຢາມສັນທະວະໄມຕີ ຈີນ ແຕ່ວັນທີ 19 – 24/10, ຕາມຄຳເຊີນຂອງຄະນະກຳມະການທົ່ວປະເທດສະພາປຶກສາການເມືອງແຫ່ງຊາດຈີນ (CPCC). ຕອນບ່າຍວັນທີ 20/10 ຢູ່ນະຄອນຫລວງ ປັກກິງ, ຄະນະຜູ້ແທນມີການເຮັດວຽກກັບທ່ານ ຢ໋ຽວເຈີນຈີ໋ງ ກຳມະການປະຈຳກົມການເມືອງ, ປະທານຄະນະກຳມະການທົ່ວປະເທດສະພາປຶກສາການເມືອງແຫ່ງຊາດ ຈີນ. ທີ່ການພົບປະ, ທ່ານນາງ ບູ່ຍທິແທງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢືນຢັນວ່າ: ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍປາດຖະໜາຢາກພ້ອມກັບ ສະພາປຶກສາການເມືອງແຫ່ງຊາດ ຈີນ ເປີກກ້ວາງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນການປະຕິບັດງານໃນບົດບາດພາລະໜ້າທີ່ຂອງຕົນ. ຝ່າຍ ຫວຽດນາມ ສະເໜີ 2 ຝ່າຍສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນລະຫວ່າງ 2 ສຳນັກງານ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມກ່ຽວກັບການພັດທະນາສາຍພົວພັນ ຫວຽດນາມ - ຈີນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາເປັນປົກກະຕິ, ປອດໃສ ແລະ ໝັ້ນຄົງ.