ຄະນະຜູ້ແທນໂຄງການແກ້ໄຂຜົນຮ້າຍຈາກລະເບີດບໍ່ທັນແຕກຫວຽດນາມ ເຮັດວຽກຢູ່ອາເມລິກາ

ຄະນະຜູ້ແທນໂຄງການແກ້ໄຂຜົນຮ້າຍຈາກລະເບີດບໍ່ທັນແຕກຫວຽດນາມ ເຮັດວຽກຢູ່ອາເມລິກາ - ảnh 1
( ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງຄາມ )

(vovworld) -  ວັນ​ທີ 14/7, ຄະນະ​ຜູ້​ແທນ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງຄາມ (ຄະນະ​ຊີ້​ນຳ 504) ​ໂດຍ​ພົນ​ໂທ Nguyen Chi Vinh, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ປະຈຳ​ຄະນະ​ຊີ້​ນຳ 504 ນຳ​ໜ້າ, ​ເລີ່​ມ​ເດີນທາງ​ໄປ​ປະຕິບັດ​ງານ​ຢູ່ ອາ​ເມ​ລິ​ກາ. ​ໃນ​ໄລຍະ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ​ແຕ່​ວັນ​ທີ 14-24/7, ພົນ​ໂທ Nguyen Chi Vinh ພ້ອມ​ກັບ​ຄະນະຜູ້​ແທນ​ຫວຽດນາມ​ຈະ​ມີ​ການແລກປ່ຽນ​ກັບ​ຜູ້​ຕ່າງ​ໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ແຮງ​ງານ  ​ແລະ ສສຊ ອາ​ເມ​ລິ​ກາ​ຈຳນວນ​ໜຶ່ງ, ​ເຮັດ​ວຽກ​ກັບ​ບາງ​ອົງການ​ຂອງ​ສະຫະ​ປະຊາ​ຊາດ, ​ໄປ​ຢ້ຽມຢາມ​ຫົວໜ່ວຍ​ຄົ້ນ​ຄ້ວາ, ພັດທະນາ​ເຕັກ​ໂນ​ໂລ​ຢີ, ​ເຝິກ​ແອບ​ການ​ມ້າງ​ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ - ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ. ການ​ຢ້ຽມຢາມ​ຂອງ​ຄະນະ ​ແມ່ນ​ເພື່ອ​ຊຸກຍູ້​ການ​ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງຄາມ.

ຂ່າວ/ບົດ​ອື່ນ