ຄະນະພັກຢູ່ຕ່າງປະເທດຕ້ອງປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຢ່າງຖືກຕ້ອງ

ຄະນະພັກຢູ່ຕ່າງປະເທດຕ້ອງປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຢ່າງຖືກຕ້ອງ  - ảnh 1
ທ່ານເລຮົ່ງແອງ, ຜູ້ປະຈຳການ ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ເປັນ​ປະທານ​ພິທີ​ປະກາດຂໍ້​ຕົກລົງ​ຂອງ ຄະນະ​ເລຂາ​ສູນ​ກາງ​ພັກກ່ຽວກັບບຸກຄະລາກອນຂອງການນຳ ຄະນະພັກ ຢູ່ຕ່າງປະເທດ ອາຍຸການ 2010 – 2015

(vovworld)- ຕອນ​ເຊົ້າ​ວັນ​ທີ 16/9, ຢູ່ຮ່າໂນ້ຍ, ທ່ານເລຮົ່ງແອງ, ຜູ້ປະຈຳການ ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ເປັນ​ປະທານ​ພິທີ​ປະກາດຂໍ້​ຕົກລົງ​ຂອງ ຄະນະ​ເລຂາ​ສູນ​ກາງ​ພັກກ່ຽວກັບບຸກຄະລາກອນຂອງການນຳ ຄະນະພັກ ຢູ່ຕ່າງປະເທດ ອາຍຸການ 2010 – 2015. ຕາມ​ຂໍ້​ຕົກລົງ​ເລກທີ 247, ກົມ​ການ​ເມືອງ​ໄດ້​ຕົກລົງ​ວ່າ ອົງຄະ​ນະ​ພັກ​ຢູ່​ຕ່າງປະ​ເທດ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນ​ສູນ​ກາງ ​ແມ່ນ​ຕ້ອງ​ຂຶ້ນ​ກັບ​ສູນ​ກາງ​ພັກ, ຢູ່​ໃຕ້​ການ​ຊີ້​ນຳ​ນຳພາ​ໂດຍ​ກົງຂອງ ຄະນະ​ເລຂາ​ສູນ​ກາງ​ພັກ​ເປັນ​ປະຈຳ. ຄະນະ​ບໍລິຫານ​ງານອົງຄະ​ນະ​ພັກ​ຢູ່​ຕ່າງປະ​ເທດ​ໂດຍ​ແມ່ນ ຄະນະ​ເລຂາ​ສູນ​ກາງ​ພັກບົ່ງ​ຕົວ. ທ່ານເລຮົ່ງແອງ, ຜູ້ປະຈຳການ ຄະນະ​ເລຂາ​ສູນ​ກາງ​ພັກ ​ເນັ້ນ​ໜັກ​ວ່າ :

   “ ຄະນະ​ພັກ​ຂັ້ນ​ຕ່າງໆ, ອົງການ​ຈັດ​ຕັ້ງ​ພັກ​ທີ່​ຂຶ້ນ​ກັບ ອົງຄະ​ນະ​ພັກ​ຢູ່​ຕ່າງປະ​ເທດຕ້ອງ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະ​ດິດສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ກຳ​ແໜ້ນ​ສະພາບ​ການ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ແກ່​ສູນ​ກາງ​ພັກ, ​ເປັນ​ຕົ້ນ​ແມ່ນ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ວຽກ​ງານ​ມະຫາຊົນ​ຢູ່​ຕ່າງປະ​ເທດ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຂະຫຍາຍ​ສະມາຊິກ​ພັກ; ສືບ​ຕໍ່​ຊາບ​ຊຶມ ​ແລະ ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11; ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມ​ບັດ​ປະທານ​ໂຮ່ຈິ​ມິນ....” 

ຂ່າວ/ບົດ​ອື່ນ