(vovworld) – ຕອນເຊົ້າວັນທີ 1/11, ຢູ່ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອ (1/11/1949 – 1/11/2014). ຄະນະພົວພັນຕ່າງປະເທດສູນກາງ ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ບັນດາໄຊຊະນະຂອງການທູດ ແລະ ພາລະກິດຕໍ່ສູ້, ປ່ຽນໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ. ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງ ຮ່ວາງບິ່ງກວນ, ໃຫ້ຮູ້ວ່າ:
“ພຶດຕິກຳຕົວຈິງປະຫວັດສາດ ແລະ ຊຸມປີຜ່ານມາສະແດງໃຫ້ເຫັນວ່າ: ການພົວພັນຕ່າງປະເທດຂອງພັກ ມີທີ່ຕັ້ງບົດບາດພິເສດ ແລະ ບົດບາດສຳຄັນທີ່ສຸດໃນການປະກອບການກຳນົດທິດ ແລະ ຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ, ປັບປຸງພື້ນຖານການເມືອງໃນການພົວພັນກັບບັນດາປະເທດ ແລະ ຍາດແຍ່ງຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນ, ຄວາມສາມັກຄີຂອງບັນດາກຳລັງໃນໂລກທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນຫວຽດນາມ”
ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ, ຊີ້ແຈ້ງວ່າ:
“ຄະນະພົວພັນຕ່າງປະເທດສູນກາງ ຄວນຍົກສູງຄຸນນະພາບວຽກງານຄົ້ນຄ້ວາ, ຄາດຄະເນຍຸດທະສາດເພື່ອປະຕິບັດວຽກງານເປັນເສນາທິການໃຫ້ກົມການເມືອງ, ຄະນະເລຂາສູນກາງພັກກ່ຽວກັບການພົວພັນຕ່າງປະເທດເປັນຢ່າງດີ. ເພີ່ມທະວີການພົວພັນການຕ່າງປະເທດຂອງພັກກ້າວເຂົ້າສູ່ລວງເລິກ, ເພີ່ມທະວີການຊີ້ນຳ, ກວດກາວຽກງານພົວພັນຕ່າງປະເທດປະຊາຊົນ ແລະ ການພົວພັນກັບຕ່າງປະເທດຂອງບັນດາອົງການພັກ”