ງານຊຸມນຸມມິດຕິງເພື່ອຕອບສະໜອງວັນໂລກປອດຢາສູບ

ງານຊຸມນຸມມິດຕິງເພື່ອຕອບສະໜອງວັນໂລກປອດຢາສູບ  - ảnh 1
ງານ​ຊຸມ​ນຸມ​ມິດ​ຕິງ​ເພື່ອ​ຕອບ​ສະ​ໜອງວັນ​ໂລກ​ປອດ​ຢາ​ສູບ 31/5 ແລະ ສັບ​ປະ​ດາ​ແຫ່ງ​ຊາດ​ປອດ​ຢາ​ສູບ


(vovworld)- ຕອນ​ເຊົ້າ​ວັນ​ທີ 31/5, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກະ​ຊວ​ງ​ສາ​ທາ​ລະ​ນະ​ສຸກ, ກອງ​ທຶນ​ປ້ອງ​ກັນ ແລະ ຕ້ານ ຜົນ​ຮ້າຍ​ຈາກ​ຢາ​ສູບ ໄດ້​ຈັດ​ງານ​ຊຸມ​ນຸມ​ມິດ​ຕິງ​ເພື່ອ​ຕອບ​ສະ​ໜອງວັນ​ໂລກ​ປອດ​ຢາ​ສູບ 31/5 ແລະ ສັບ​ປະ​ດາ​ແຫ່ງ​ຊາດ​ປອດ​ຢາ​ສູບ, ຊຶ່ງ​ມີ​ການເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ວູ້​ດຶກ​ດາມ​, ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຫງວຽນ​ທິ​ກິມ​ຕວຽນ ພ້ອມ​ກັບ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ອີກຫຼາຍ​ທ່ານ. ກ່າວ​ຄຳ​ເຫັນ​ທີ່ ງານ​ຊຸມ​ນຸມ​ມິດ​ຕິງ,  ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຫງວຽນ​ທິ​ກິມ​ຕວຽນ ສະ​ເໜີ​ວ່າ :

     “ ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ຜົນ​ຮ້າຍ​ຈາກ​ຢາ​ສູບ, ສືບ​ຕໍ່​ໂຄ​ສະ​ນາກ່ຽວ​ກັບກົດ​ໝາຍ​ວ່າ​ດ້ວຍ​ການປ້ອງ​ກັນ ແລະ ຕ້ານ ຜົນ​ຮ້າຍ​ຈາກ​ຢາ​ສູບ ເພື່ອ​ຍົກ​ສູງ​ສະ​ຕິ​ໃຫ້​ທຸກໆ​ຄົນ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ. ຂ້າ​ພະ​ເຈົ້າ​ຍັງ​ສະ​ເໜີ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ສືບ​ຕໍ່​ຊີ້​ນຳ​ການ​ປະ​ຕິ​ບັດກົດ​ໝາຍ​ວ່າ​ດ້ວຍ​ການປ້ອງ​ກັນ ແລະ ຕ້ານ ຜົນ​ຮ້າຍ​ຈາກ​ຢາ​ສູບ, ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຫ້າມ​ສູບ​ຢາ​ຢູ່​ຕາມ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຕາມ​ລະ​ບຽບ​ກົດ​ໝາຍ ”

ຂ່າວ/ບົດ​ອື່ນ