ງານຕະ​ຫລາດນັດ​ການ​ຄ້າ Festival ເຫ້ວປີ 2024 ອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ຊາ​ຊົນ​ ຫວຽດ​ນາມ ຢູ່ ພາກ​ເຫນືອ​ທີ່ຖືກ​ຜົນ​ສະທ້ອນ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ

(VOVWORLD) - ງານຕະຫລາດນັດການຄ້າ Festival ເຫ້ວປີ 2024 ໂດຍກະຊວງອຸດສາຫະກຳ ການຄ້າ ສົມທົບກັບ ຄະນະກຳມະການປະຊາຊົນ ແຂວງເທື່ອທຽນເຫ້ວ ຈັດຕັ້ງ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 16 ກັນຍາ, ຢູ່ ນະຄອນ ເຫ້ວ. 
ງານຕະ​ຫລາດນັດ​ການ​ຄ້າ Festival ເຫ້ວປີ 2024 ອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ຊາ​ຊົນ​ ຫວຽດ​ນາມ ຢູ່ ພາກ​ເຫນືອ​ທີ່ຖືກ​ຜົນ​ສະທ້ອນ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ - ảnh 1ງານຕະຫຼາດນັດ ຖືກໄຂຂຶ້ນໃນຕອນຄ່ຳວັນທີ 16 ກັນຍາ, ຢູ່ ນະຄອນ ເຫ້ວ (ພາບ: VOV)

ເຂົ້າຮ່ວມງານຕະຫລາດນັດມີກວ່າ 230 ຮ້ານວາງສະແດງ ແລະ ຂາຍຜະລິດຕະພັນ, ການບໍລິການທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງ ຂອງກວ່າ 230 ອົງການຈັດຕັ້ງ, ວິສາຫະກິດໃນທົ່ວປະເທດ ແລະ ສາກົນ.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຫົວຫນ່ວຍ, ທ້ອງຖິ່ນ, ວິສາຫະກິດ ຍູ້ແຮງການສົ່ງເສີມການຄ້າ, ການບໍລິການ, ດຶງດູດການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ແບ່ງປັນບົດຮຽນປະສົບການ, ເປີດກວ້າງການຮ່ວມມືລົງທຶນ, ຕະຫລາດຈຳຫນ່າຍ, ຮ່ວມສຳພັນການຜະລິດ. ທ່ານ ຟານກູຍເຟືອງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າຕັດສິນ ທຸກການເຄື່ອນໄຫວລະຫລິ້ນ, ບັນເທິງ ຢູ່ ງານຕະຫລາດນັດ ລ້ວນແຕ່ບໍ່ຈັດຕັ້ງ, ເພື່ອແບ່ງປັນຄວາມຫຍຸ້ງຍາກ, ສິ່ງເສຍຫາຍຊື່ງພໍ່ແມ່ປະຊາຊົນໄດ້ປະສົບຈາກພາຍຸ. ແທນທີ່ນັ້ນ ພວກຂ້າພະເຈົ້າ ຂົນຂວາຍ, ການບໍລິຈາກບັນດາວິສາຫະກິດ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນເພື່ອໃຫ້ມີເງິນຊ່ວຍເຫລືອ, ແບ່ງປັນຄວາມຫຍຸ້ງຍາກກັບພໍ່ແມ່ປະຊາຊົນຢູ່ເຂດຖືກຜົນສະທ້ອນຈາກພາຍຸນ້ຳຖ້ວມ”


 

ຕອບກັບ

ຂ່າວ/ບົດ​ອື່ນ