ງານຕະຫລາດນັດການຄ້າ-ການທ່ອງທ່ຽວແລະການລົງທຶນແລວເສດຖະກິດຕາເວັນອອກຕາເວັນຕົກດາຫນັງປີ2014

ງານຕະຫລາດນັດການຄ້າ-ການທ່ອງທ່ຽວແລະການລົງທຶນແລວເສດຖະກິດຕາເວັນອອກຕາເວັນຕົກດາຫນັງປີ2014 - ảnh 1
ພິທີໄຂງານຕະຫລາດນັດ
ພາບ:cadn.vn


(vovworld)- ງານ​ຕະຫລາດນັດ​ສາກົນ ການ​ຄ້າ - ການ​ທ່ອງ​ທ່ຽວ ​ແລະ ການ​ລົງທຶນ ​ແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ ດາ​ຫນັງ​ປີ 2014 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/8 ຢູ່ ສູນ​ງານ​ຕະຫລາດນັດ- ງານ​ວາງສະ​ແດງ ດາ​ຫນັງ. ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ ມີ​ຮ້ານ​ວາງສະ​ແດງ​ກວ່າ 300 ຮ້ານ ຂອງ 150 ວິ​ສາ​ຫະກິດ ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໃນ​ນັ້ນ ມີ 42 ວິ​ສາ​ຫະກິດ​ມາ​ຈາກ​ໄທ, ລາວ,​ມາ​ເລ​ເຊຍ ​ແລະ ອາ​ຟຼິກາ​ໃຕ້. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ຕຽນ​ມີ​ງ, ຫົວຫນ້າ​ກົມ ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ລາຍການ​ສຳຄັນ​ທີ່​ສຸດ, ຮັບ​ໃຊ້​ໃຫ້​ແນວ​ຄວາມ​ຄິດ​ເຊື່ອມ​ຈອດ ອາ​ຊຽນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນສິນຄ້າລະຫວ່າງ​ບັນດາ​ປະ​ເທດ, ​ແລະ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ ອາ​ຊຽນ ​ໃນ​ໄລຍະ​ພວມ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ.”

ຂ່າວ/ບົດ​ອື່ນ