ງານຕະຫລາດນັດອາຫານການກິນອາຊຽນ
(ພາບ: vietnamplus.vn)
(vovworld)- ງານຕະຫລາດນັດອາຫານການກິນອາຊຽນ ດຳເນີນໄປໃນວັນທີ 12/6 ຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ ນະຄອນຫລວງ ຈາກາກຕາ ປະເທດ ອິນໂດເນເຊຍ. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວໂດຍສະໂມສອນແມ່ຍິງ ອາຊຽນ ຈັດຕັ້ງຂຶ້ນປະຈຳປີ. ເຂົ້າຮ່ວມງານຕະຫລາດນັດ ມີບັນດາຮ້ານວາງສະແດງຂອງ 10 ປະເທດສະມາຊິກ ອາຊຽນ ແລະບັນດາປະເທດເພື່ອນມິດຄື: ຍີ່ປຸ່ນ, ສເກົາຫລີ, ອິນເດຍ, ນິວເຢີແລນ, ຈີນ… ແນະນຳບັນດາເຍື່ອງອາຫານພິເສດຂອງຊາດຕົນ. ປີນີ້ ຫວຽດນາມ ກໍໄດ້ແນະນຳບັນດາເຍື່ອງອາຫານພິເສດ ສະແດງໃຫ້ເຫັນຈຸດວັດທະນະທຳອາຫານການກິນອຸດົມສົມບູນ, ຫລາຍຮູບຫລາຍແບບ, ເຂັ້ມຂົ້ນໄປດ້ວຍສີສັນຊາດ.