ງານຕະຫຼາດນັດທີ່ເປັນມູນເຊື້ອແຂວງKrusk,ແມ່ນສະຖານທີ່ທີ່ດີເພື່ອໂຄສະນາຜະລິດຕະພັນຫວຽດນາມ

ງານຕະຫຼາດນັດທີ່ເປັນມູນເຊື້ອແຂວງKrusk,ແມ່ນສະຖານທີ່ທີ່ດີເພື່ອໂຄສະນາຜະລິດຕະພັນຫວຽດນາມ - ảnh 1
(ຮ້ານ​ວາງສະ​ແດງ​ຂອງ​ຫວຽດນາມ)

​(vovworld) – ງານ​ຄະ​ຫຼາດ​ນັດຂາຍ​ສົ່ງ ​ແລະ ຂາຍຍ່ອຍ Korenskaya, ຖືກ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ 06 ນີ້​ຢູ່​ເທດສະບານ Svoboda, ​ແຂວງ Krusk, ສະຫະພັນ​ລັດ​ເຊຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​​ແລກປ່ຽນດ້ານ​ການ​ຄ້າ​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ​ແລະ ມີມູນ​ເຊື້ອ​ມາ​ແຕ​່​ດົນ​ນານ ​ເຊິ່ງ​ຖືກ​ຈັດ​ຂຶ້ນ​​ຢູ່​​ເຂດ​ພາກ​ກາງ​ປະ​ເທດ​ລັດ​ເຊຍ. ສະມາຄົມ​ຕ່ຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ນີ້, ​ໄດ້​​ແນະນຳ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ນຸ່ງຖື ກໍ່​ຄື​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ ​ແລະ ຄວາມ​ສາມາດບົ່ມຊ້ອນດ້ານ​ການ​ທ່ອງ​ທ່ຽວ​ເຖິງ​ປະຊາຊົນ​ໃນ​ເຂດ. ບັນດາ​ຮ້ານ​ວາງສະ​ແດງ​ຂອງ​ຫວຽດນາມ ​​ດຶງ​ດູດຄວາມ​ສົນ​ໃຈ​ຈາກລູກ​ຄ້າ​​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ