ງານຕະຫຼາດນັດຢູ່ບັນດາແຂວງເຂດພູດອຍທາງພາກເໜືອ ຈະດຳເນີນຢູ່ ຮ່າຢາງ

ງານຕະຫຼາດນັດຢູ່ບັນດາແຂວງເຂດພູດອຍທາງພາກເໜືອ ຈະດຳເນີນຢູ່ ຮ່າຢາງ - ảnh 1
(ພາບປະກອບ)
(vovworld) - ງານ​ຕະຫຼາດນັດ​ກະສິກຳ, ອຸດສາຫະກຳ ​ແລະ ການ​ຄ້າເຂດ​ພູ​ສູງ​ທາງ​ພາກ​ເໜືອ ປີ 2013 ຈະ​ດຳ​ເນີນ​ຢູ່​ນະຄອນ​ຮ່າ​ຢາງ (​ແຂວງ​ຮ່າ​ຢາງ) ​ໃນ​ລະຫວ່າງ​ວັນ​ທີ 03 - 09/05. ງານ​ຕະຫຼາດນັດ​​ແມ່ນ​ການ​ເຄື່ອນ​ໄຫວ​ເຊິ່ງນອນ​ໃນ​ລາຍການ​ສົ່ງ​ເສີມ​ກະ​ສິກຳ​ແຫ່ງ​ຊາດ​ປີ 2013 ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ. ຄາດ​ວ່າ, ງານ​ຕະຫຼາດນັດຈະ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ​ນັບ​ຮ້ອຍ​ຮ້ານ​ທີ່​ວາງ​ສະ​ແດງ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ, ທັນ​ຍາ​ຫານ, ສະບຽງ​ອາຫານ​ປຸງ​ແຕ່ງ, ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳ, ການ​ຄ້າ... ຂອງ 23 ​ແຂວງ​ເຂດ​ພູດ​ອຍທາງ​ພາກ​ເໜືອ. ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ ກໍ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຄື; ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ, ສະໜອງ​ເອກະສານ​ດ້ານ​ເຕັກນິກ, ​​ແນະນຳບັນດາ​ກົນ​ໄກ​ນະ​ໂຍບານ​ດຶງ​ດູດ​ການ​ລົງທຶນ ​ແລະ ຄວາມ​ສາມາດບົ່ມຊ້ອນ, ທ່າ​ແຮງ​ຕ່າງໆ​ຂອງ 23 ​ແຂວງ, ນະຄອນ ​ແລະ ບັນດາ​ວິ​ສາ​ຫະກິດ.
ຂ່າວ/ບົດ​ອື່ນ