ງານ​ບຸນ “ສະ​ບາຍ​ດີ ຫວຽດ​ນາມ” ເຊື່ອມ​ຕໍ່​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ

(VOVWORLD) -    ງານບຸນ ສະບາຍດີ ຫວຽດນາມ ຊື່ງຈັດຂຶ້ນຈາກແນວຄວາມຄິດເຊື່ອມຕໍ່ວັດທະນະທຳ ແລະ ເປີດກວ້າງໄປສູ່ຂົງເຂດອື່ນໆເຊັ່ນ ດຳເນີນທຸລະກິດ, ການທ່ອງທ່ຽວ, ທາງລົດໄຟ ແລະ ຮູບເງົາ. ງານບຸນ “ສະບາຍດີ ຫວຽດນາມ” ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ; ນະຄອນ ຍາຈາງ, ແຂວງ ແຄັ໊ງຮວ່າ ແລະ ນະຄອນ ດ່າລາດ, ແຂວງ ເລິມດົ່ງ ແຕ່ວັນທີ 25 ສິງຫາ ຫາວັນທີ 31 ສິງຫາ. 
ງານ​ບຸນ “ສະ​ບາຍ​ດີ ຫວຽດ​ນາມ” ເຊື່ອມ​ຕໍ່​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ - ảnh 1 ພິທີໃຕ້ທຽນທີ່ເປັນມູນເຊື້ອຂອງ ອິນເດຍ ໄດ້ດຳເນີນໃນພິທີໄຂຂອງງານບຸນ (ພາບ: TTXVN)

ຕອນຄ່ຳວັນທີ 25 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບບາງຫົວໜ່ວຍທີ່ກ່ຽວຂ້ອງ ໄຂງານບຸນ “ສະບາຍດີ ຫວຽດນາມ” ປີ 2024, ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (1972 – 2024).

        ງານບຸນ ສະບາຍດີ ຫວຽດນາມ ຊື່ງຈັດຂຶ້ນຈາກແນວຄວາມຄິດເຊື່ອມຕໍ່ວັດທະນະທຳ ແລະ ເປີດກວ້າງໄປສູ່ຂົງເຂດອື່ນໆເຊັ່ນ ດຳເນີນທຸລະກິດ, ການທ່ອງທ່ຽວ, ທາງລົດໄຟ ແລະ ຮູບເງົາ. ງານບຸນ “ສະບາຍດີ ຫວຽດນາມ” ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ; ນະຄອນ ຍາຈາງ, ແຂວງ ແຄັ໊ງຮວ່າ ແລະ ນະຄອນ ດ່າລາດ, ແຂວງ ເລິມດົ່ງ ແຕ່ວັນທີ 25 ສິງຫາ ຫາວັນທີ 31 ສິງຫາ. ງານບຸນລວມມີບັນດາລາຍການສະແດງແນະນຳສິລະປະວັນນະຄະດີພື້ນເມືອງ, ສົ່ງເສີມການຄ້າ, ແນະນຳການທ່ອງທ່ຽວ; ຮ່ວມມືດ້ານການສຶກສາ… ໜຶ່ງໃນບັນດາເຫດການຕົ້ນຕໍຂອງງານບຸນ ແມ່ນພິທີປະກາດແຜນການຜະລິດຮູບເງົາ “Love in Vietnam”, ໂຄງການຮ່ວມມືຮູບເງົາ ຫວຽດນາມ - ອິນເດຍ ດ້ວຍການຖ່າຍທຳຢູ່ສອງປະເທດ ເຊິ່ງຈະເລີ່ມປະຕິບັດໃນເດືອນກັນຍາຈະມາເຖິງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ