ງານບຸນດອກໄມ້ - ງານຕະຫລາດນັດບຸນເຕັດ

ງານບຸນດອກໄມ້ - ງານຕະຫລາດນັດບຸນເຕັດ  - ảnh 1
ພາບປະກອບ: internet


(vovworld) - ຕອນ​ຄຳ່​ວັນ​ທີ 30/1, ຢູ່ ຮ່າ​ໂນ້ຍ ​ໄດ້​​ໄຂ​ ງານ​ບຸນ​ດອກ​ໄມ້ - ງານ​ຕະຫລາດນັດ​ບຸນ​ເຕັດ​​(ໝາຍ​ເຖິງ​ບຸນປີ​ໃຫມ່​ປະຈຳ​ຊາດ ຫວຽດນາມ) ​ແມ່ນ​ເຊີດ​ຊູ​ໝູ່​ບ້ານ​ອາຊີບ ​ແລະ ​ຜະລິດ​ຕະພັນ​ກະ​ເສດ​ມີ​ຄຸນ​ນະພາ​ບສູງ. ມີ​ຮ້ານ​ວາງສະ​ແດງສິນຄ້າ ​ເກືອບ 200 ຮ້ານຈະ​ເປີດ​ປະຕູ​ຮອດ​ວັນ​ທີ 5/2 ​ຊື່ງແນະນຳ​ໃຫ້​ຊາວ​ນະຄອນ​ຫລວງ ​ແລະ ນັກ​ທ່ອງ​ທ່ຽວ​ກ່ຽວກັບຜະລິດ​ຕະພັນ​ກະ​ເສດ​ຫລາຍ​ປະ​ເພດ ​ແລະ ​ເຄື່ອງ​ສິລະ​ປະ​ຫັດ​ຖະກຳ​ມີ​ຄຸນ​ນະພາ​ບສູງ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ຕະຫລາດນັດ​ແມ່ນ​ພິທີ​ແຫ່​ສັນຍາ​ລັກຮູບ​ປາ​ໄນທີ່​ໃຫຍ່​ໂຕ ​ແລະ ພາເຂົ້າ, ໝາກໄມ້ພິ​ເສດ 12 ພາ ຈາກ​ໝູ່​ບ້ານ​ປັ້ນດິນ​ເຜົາ ບາດ​ຈ່າງ ​ເຖິງ​ໃຈກາງ​ນະຄອນຫລວງ​ຮ່າ​ໂນ້ຍ ​ໃນ​ວັນ​ທີ 3/2/2013. ທ່ານ ​ໂຕ​ຫາຍ​ລອງ, ຜູ້ອຳນວຍການ​ສູນ​ຫນູນ​ຊ່ວຍ​ຊາວ​ກະສິກອນ​ນະຄອນ ​ຮ່າ​ໂນ້ຍ, ສະມາຊິກ​ໃນ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ:

        “ບັນດາ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ອາຊີບ ​ແລະ ຊາວ​ກະສິກອນ ມີ​ຈຸດ​ວັດທະນະທຳ​ມາ​ແຕ່​ດົນ​ນານ, ພິ​ເສດ ບັນດາ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ອາຊີບ. ປະຈຸ​ບັນ, ບັນດາ​ຜະລິດ​ຕະພັນ​​ໄດ້​ໝູນ​​ໃຊ້​ຄວາມ​ກ້າວ​ຫນ້າ​ວິທະຍາສາດ​ເຕັກນິກ, ​ແຕ່​ຍັງ​ຄົງ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ. ຜ່ານ​ນັ້ນ ​ແນະນຳ​ໃຫ້​ຜູ້​ຊົມ​ກ່ຽວກັບການ​ອອກ​ແຮງ​ງານ ​ແລະ ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ຊາວ​ກະສິກອນ​ກໍ​ຄື​ຄວາມ​ງາມ​ດ້ານ​ວັດທະນະທຳ​ຂອງ​ຊາດ.”

 

ຂ່າວ/ບົດ​ອື່ນ