ງານບຸນມະຫາສາມັກຄີປວງທົ່ວຊົນຢູ່ແຂວງເບ໋ນແຈ

ງານບຸນມະຫາສາມັກຄີປວງທົ່ວຊົນຢູ່ແຂວງເບ໋ນແຈ - ảnh 1
ທ່ານນາງ​ ຫງວຽນ​ທິ​ກີມ​ເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ
ຢ້ຽມ​ຢາມບ້ານເທີຍ​ຮ​່ວາ, ຕາ​ແສງ​ເຈົາ​ຮ່​ວາ

(ພາບ: TTXVN)

(vovworld)- ວັນ​ທີ 12/11, ທ່ານນາງ​ ຫງວຽນ​ທິ​ກີມ​ເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ແລະ ການ​ນຳ​ແຂວງ​ເ​ບ໋ນ​ແຈ ໄດ້​ເຂົ້າ​ຮ່ວ​ມງາມ​ບຸນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ຢູ່​ເຂດ​ຊຸມ​ຊົນ ບ້ານເທີຍ​ຮ​່ວາ, ຕາ​ແສງ​ເຈົາ​ຮ່​ວາ, ເມືອງ​ຢົ່ງ​ໂຈມ. ຂະ​ບວນ​ການ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ ສ້າງ​ຊີ​ວິດ​ການເ​ປັນ​ຢູ່​ວັດ​ທະ​ນະ​ທຳ ຢູ່​ເຂດຊຸມ​ຊົນ​” ຢູ່ຕາ​ແສງ​ເຈົາ​ ຮ່​ວາ, ເມືອງ​ຢົ່ງ​ໂຈມ ​ໃນຊຸມ​ປີ​ຜ່ານ​ມາໄດ້​ຮັບ​ໝາກ​ຜົນ​ເປັນ​ຢ່າງ​ດີ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ ​ສ້າງ​ຄອບ​ຄົວ​ວັດ​ທະ​ນະ​ທ​ຳ, ​ວຽກ​ດີຄົນເ​ດັນ, ຮັກ​ສ​າ​ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ຂະ​ບ​ວນ​ການ​ໄດ້​ປະ​ກອບ​ສ່ວນ ​ສ້າງ​ສະ​ພາບ​ແວດ​ລ້ອມວັດ​ທະ​ນະ​ທຳ​ຂອງ​ບ້ານ​ໃຫ້​ມີ​ຄວາມ​ປອດ​ໄສ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ