ງານບຸນເຂົ້າເໝົ້າ ຕູ໊ເລະ: ເຊີດຊູຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່່າຜູ້ໄທ

(VOVWORLD) -ວັນທີ 22 ກັນຍາ, ງານບຸນເຂົ້າເໝົ້າຕູ໊ເລະ ຖືກຈັດຕັ້ງຂຶ້ນຢູ່ບ້ານເນຶ໊ອກນ໊ອງ, ຕາແສງ ຕູ໊ເລະ, ເມືອງ ວັນເຈິ໊ນ (ແຂວງອຽນບ໊າຍ) ອັນໄດ້ດຶງດູດປະຊາຊົນໃນຕາແສງ ແລະ ແຂກທ່ອງທ່ຽວຈາກທຸກສາລະທິດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ

        ໃນຂອບເຂດຂອງງານບຸນວັດທະນະທໍາການທ່ອງທ່ຽວເມື່ອງລໍ່ “ຄົ້ນຫາທົ່ງນາຂັ້ນໄດ ໝູ່ກາງຈ໋າຍ ທັດສະນີຍະພາບລະດັບຊາດ ປີ 2019”, ວັນທີ 22 ກັນຍາ, ງານບຸນເຂົ້າເໝົ້າຕູ໊ເລະ ຖືກຈັດຕັ້ງຂຶ້ນຢູ່ບ້ານເນຶ໊ອກນ໊ອງ, ຕາແສງ ຕູ໊ເລະ, ເມືອງ ວັນເຈິ໊ນ (ແຂວງອຽນບ໊າຍ) ອັນໄດ້ດຶງດູດປະຊາຊົນໃນຕາແສງ ແລະ ແຂກທ່ອງທ່ຽວຈາກທຸກສາລະທິດເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ງານບຸນເຂົ້າເໝົ້າ ຕູ໊ເລະ: ເຊີດຊູຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່່າຜູ້ໄທ - ảnh 1ການແຂ່ງຂັນຕໍາເຂົ້າເໝົ້າ (ພາບ: TTXVN) 

        ການແຂ່ງຂັນຕໍາເຂົ້າເໝົ້າຢູ່ງານບຸນປີນີ້ ມີການເຂົ້າຮ່ວມຂອງ 9 ທິມ ທີ່ມາຈາກ ບ້ານຕ່າງໆໃນຕາແສງຕູ໊ເລະ. ເຂົ້າເໝົ້າຕູ໊ເລະມີກິ່ນຫອມ, ແຊບນັ້ນ ບໍ່ພຽງແຕ່ດິນຟ້າອາກາດຢູ່ແຫ່ງນີ້ໄດ້ອໍານວຍຄວາມສະດວກເທົ່ານັ້ນ, ຫາກຍັງມີທັງຄວາມຮັກ, ຈິດວິນຍານຂອງດິນແດນ ແລະ ປະຊາຊົນແຫ່ງນີ້ອີກດ້ວຍ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ເທວະດາຟ້າແຖນ ທີ່ໄດ້ດົນບັນດານປົກປ້ອງໃຫ້ຄອບຄົວມີລະດູການເກັບກ່ຽວໄດ້ຮັບຜົນດີ, ມີຊີວິດອີ່ມໜໍາສໍາລານສົມບູນພູນສຸກ, ແຕ່ລະປີ, ພໍ່ແມ່ປະຊາຊົນໃນໝູ່ບ້ານແຫ່ງຕ່າງໆຂອງຊາວເຜົ່າຜູ້ໄທຢູ່ຕາແສງ ຕູ໊ເລະ  ລ້ວນແຕ່ຈັດພິທີ “ອວຍພອນເຂົ້າໃໝ່” ກ່ອນທີ່ຈະກ້າວເຂົ້າສູ່ລະດູການເກັບກ່ຽວເຂົ້າ. ພິທີດັ່ງກ່າວຖືກຈັດຂຶ້ນໃນເດືອນ 8 ໄລ່ຕາມຈັນທະປະຕິທິນ.


ຕອບກັບ

ຂ່າວ/ບົດ​ອື່ນ