ງານພົບປະແຂ່ງຂັນກິລາຂ່ຳນັບຮັບຕ້ອນບັນດາງານບຸນໃຫຍ່ຂອງຫວຽດນາມແລະລາວ

ງານພົບປະແຂ່ງຂັນກິລາຂ່ຳນັບຮັບຕ້ອນບັນດາງານບຸນໃຫຍ່ຂອງຫວຽດນາມແລະລາວ - ảnh 1

(vovworld)-​ວັນ​ທີ 3/5, ສະ​ຖານ​ທູດ​ຫວຽດ​ນາມ, ທູດ​ທະ​ຫານ​ຫວຽດ​ນາມ ປະ​ຈຳ​ລາວ ໄດ້​ຈັດ​ຕັ້ງ ການ​ແຂ່ງ​ຂັນ​ ກອ​ຟ ມິດ​ຕະ​ພາບ ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ບັນ​ດາ​ວັນ​ບຸນ​ໃຫຍ່​ຂອງ​ລາວ ແລະ ຫວຽດ​ນາມ ໃນ​ປີ 2015. ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ມີນັກ​ກິ​ລາ 70 ຄົນ, ໃນ​ນັ້ນ ມ​ີ ທ່ານ​ຮອງ​ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ, ຮອງ​ນາ​ຍົກ​ລັດ​ຖະ​   ມ​ົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ. ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບນີ້ ເພື່ອ​ເພີ່ມ​ທະ​ວີ ແລະ ຮັດ​ແຫນ້ນ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ກວ່າ​ອີກ, ປະ​ກອບ​ສ່ວນ​ຮັກ​ສາ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ.

 

ຂ່າວ/ບົດ​ອື່ນ