ງານພົບປະແລກປ່ຽນ ຊາວໜຸ່ມນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ

ງານພົບປະແລກປ່ຽນ ຊາວໜຸ່ມນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ - ảnh 1
ແຂ່ງຂັນ​ບານ​​ເຕະ​ມິດຕະພາບ
(ພາບ: Phuoc Tuan)

(vovworld) – ວັນ​ທີ 12/1, ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ກິລາ ກາ​ຍຍະ​ກຳ, ວັດທະນະທຳສິລະ​ປະ ​ແລະ ​ໂອ້​ລົມ​ສົນທະນາ​ຫົວ​ເລື່ອງ​ສະ​​ເພາະ​ລະຫວ່າງ​ຊາວ​ໜຸ່ມ, ນັກ​ສຶກສາ​ນະຄອນ ​ໂຮ່ຈີ​ມິນ ​ແລະ ນັກ​ສຶກສາ ລາວ, ກຳປູ​ເຈຍ ທີ່​ພວມ​ຮຳ່ຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນ​ຢ່າງ​ຟົດ​ຟື້ນ, ມ່ວນ​ຊື່ນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ການ​ເຄື່ອນ​ໄຫວ​ຄື​ດັ່ງກ່າວ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ນັກ​ສຶກສາ ລາວ, ກຳປູ​ເຈຍ ທີ່​ພວມ​ຮຳ່ຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ພົບ​ປະ​ແລກປ່ຽນ, ​ແຮກສ່ຽວ​ກັບ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ, ຜ່ານ​ນັ້ນ​ປະກອບ​ສ່ວນ​​ເພີ່ມ​ພູນຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ສະໜິດ​ຕິ​ດພັນ, ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງຊາວ​ໜຸ່ມ 3 ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ. ​ໃນ​ລາຍການ​ພົບ​ປະ​ແລ​ກປ່ຽນ, ມີ​ນັກ​ສຶກສາລາ​ວ, ກຳ​ປູ​ເຈຍ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເກືອ​ບ 300 ຄົນ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຫົວ​ເລື່ອງ​ສະ​ເພາະ “ປະຫວັດສາດ​ແຫ່ງ​ສາຍ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ - ກຳປູ​ເຈຍ ​ແລະ ບົດບາດ, ໜ້າ​ທີ່​ຂອງ​ຊາວ​ໜຸ່ມ 3 ປະ​ເທດ”, ​ເຂົ້າ​ຮ່ວມ​ບັນດາ​ການ​ລະ​ຫຼີ້ນກາງ​ແຈ້ງ, ​ແຂ່ງຂັນ​ບານ​​ເຕະ​ມິດຕະພາບ, ຮັບ​ຊົມ​ງານ​ວາງສະ​ແດງ​ຮູບ​ພາບກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ລາວ - ກຳປູ​ເຈຍ ​ແລະ ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ວັດທະນະທຳ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ປີ​ແຫ່ງ​ຄວາມ​ສາມັກຄີ ມິດຕະພາບ​ຫວຽດນາມ - ລາວ 2012, ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ ຫວຽດນາມ - ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ