ງານພົບປະແລກປ່ຽນ ປະຊາຄົມອາຊຽນຢູ່ອັກຊັງຕິນ

ງານພົບປະແລກປ່ຽນ ປະຊາຄົມອາຊຽນຢູ່ອັກຊັງຕິນ - ảnh 1

ຜູ້ຕາງໜ້າສະຖານທູດຂອງບາງປະເທດ ASEAN ຢູ່ອັກຊັງຕິນ
ແລະ ບັນດາພັນລະຍາພະນັກງານຫວຽດນາມ  (ພາບ:Việt Hùng)

(vovworld) - ວັນ​ທີ 10/11, ຄອບຄົວ​ພະນັກງານ​ສະຖານທູດ ​ແລະ ອົງການ​ຕາງໜ້າ​ຂອງ​ປະ​ເທດ​ຕ່າງໆ​ທີ່​ຂຶ້ນ​ກັບ​ອາ​ຊຽນປະຈຳ​ອັກ​ຊັງ​ຕິນ ພ້ອມ​ກັບ​ເພື່ອນ​ມິດສາ​ກົນ ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ​ໃນ​ຂອບ​ເຂດ ”ວັນຄອບຄົວ​ອາ​ຊຽນ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ປະຊາ​ຄົມ​ອາ​ຊຽນຢູ່​ອັກ​ຊັງ​ຕິນ ​ເວົ້າ​ສະ​ເພາະ ​ແລະ ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ ເວົ້າ​ລວມ. ​ໃນ​ງານ​ພົບ​ປະ​ແລກປ່ຽນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສິລະ​ປະ, ​ແຂ່ງຂັນ​ກິລາ ​ແລະ ການ​ລະ​ຫຼິ້ນ​ບັນ​ເທິງ ກໍ່​ຄື​ແນະນຳ​ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຕ່ລະ​ປະ​ເທດ. ສິ້ນ​ສຸດ​ງານ​ພົບ​ປະ​ແລກປ່ຽນ, ຜູ້ຕາງໜ້າ​ສະຖານທູດ​ໄທ ​ໄດ້​ມອບ​ຄັນທຸງ​ອາ​ຊຽນ​ໃຫ້​ຜູ້ຕາງໜ້າ​ສະຖານທູດ​ມາ​ເລ​ເຊຍ, ​ເຊິ່ງ​ແມ່ນປະ​ເທດ​ຈະ​ຈັດ​ຕັ້ງ ”ວັນ​ຄອບຄົວ​ອາ​ຊຽນ” ຢູ່​ອັກ​ຊັງ​ຕິນ ໃນ​ປີ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ