ງານພົບປະແລກປ່ຽນມິດຕະພາບລະຫວ່າງນັກການທູດຫວຽດນາມ - ລາວ

ງານພົບປະແລກປ່ຽນມິດຕະພາບລະຫວ່າງນັກການທູດຫວຽດນາມ - ລາວ  - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 16/6, ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ຄະນະ​ຜູ້​ຕາງໜ້າ​ລາວ ​ແລະ ຄະນະ​ຜູ້​ຕາງໜ້າ​ຫວຽດນາມ ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ດຳ​ເນີນ​ຢູ່​ສຳນັກງານ ຄະນະ​ຜູ້​ຕາງໜ້າ​ລາວ ປະຈຳ​ສະຫະ​ປະຊາ​ຊາດຢູ່ນີວຢອກ, ​ສະຫະລັດ​ອາ​ເມ​ລິ​ກາ. ກ່າວ​ຄວາມ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ ສະ​​ເຫຼີ​ມ​ໄຊ ກົມມະ​ສິດ ​ເອກອັກຄະ​ລັດຖະທູດ, ຫົວໜ້າຄະນະ​ຜູ້​ຕາງໜ້າ​ລາວ ປະຈຳ​ສະຫະ​ປະຊາ​ຊາດ ​ແລະ ທ່ານ ​ເລ​ຮ່ວາຍ​ຈູງ, ຄະນະ​ຜູ້​ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ລ້ວນ​ແຕ່​ຢັ້ງຢືນ​ວ່າ, ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ຫວຽດນາມ - ລາວ ຈະ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ສືບ​ຕໍ່​ພັດທະນາ​ຢ່າງຮອບດ້ານ ​ແລະ ໝັ້ນຄົງ​ໃນ​ອະນາຄົດ. ພະນັກງານ, ​ເຈົ້າ​ໜ້າ​ທີ່​ການ​ທູດ​ສອງ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ມິດຕະພາບ, ສະ​ແດງ​ສິລະ​ປະ​ທີ່​ຍ້ອງຍໍ​ສັນລະ​​ເສີນ​ສາຍ​ພົວພັນ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ພິ​ເສດລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ກໍ່​ຄືຮັບ​ປະທານ​ອາຫານ​ພື້ນ​ເມືອງ​ຂອງ​ສອງ​ຊາດ.

ຂ່າວ/ບົດ​ອື່ນ