“ງານພົບປະແລກປ່ຽນວັດທະນະທຳໂຮ້ຍອານ - ຍີ່ປຸ່ນ” ຖືກຂັດຂຶ້ນຢູ່ຍີ່ປຸ່ນ ເປັນຄັ້ງທຳອິດ

“ງານພົບປະແລກປ່ຽນວັດທະນະທຳໂຮ້ຍອານ - ຍີ່ປຸ່ນ” ຖືກຂັດຂຶ້ນຢູ່ຍີ່ປຸ່ນ ເປັນຄັ້ງທຳອິດ - ảnh 1
(ພາບປະກອບ)

(vovworld) – ງານ​ພົບ​ປະ​ແລກປ່ຽນວັດທະນະທຳ​ໂຮ້ຍອານ - ຍີ່ປຸ່ນ ປີ 2014, ​ເປັນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ Osaka, ປະ​ເທດ​ຍີ່ປຸ່ນ ​ໃນ​ລະຫວ່າງ​ວັນ​ທີ 18 – 19/10. ຕາມ​ນັ້ນ​ແລ້ວ, ຄະນະ​ປະຕິບັດ​ງານ​ຂອງນະຄອນ​ໂຮ້ຍອານ, ​ແຂວງ​ກວາງ​ນາມ ​ເຊິ່ງລວມມີ​ນັກ​ສິລະ​ປິນ 35 ຄົນ, ຜູ້ຕາງ​ໜ້າ​ວິ​ສາ​ຫະກິດ​ດີ​ເດັ່ນ ​ແລະ ຊາວ​ຍີ່ປຸ່ນ ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ໂຮ້ຍອານ ຈະ​ເຂົ້າ​ຮ່ວມ​ງານ​ບຸນ Sakai ຄັ້ງ​ທີ 41 (ປີ 2014), ຢູ່​ນະຄອນ Osaka, ປະ​ເທດ​ຍີ່ປຸ່ນ. ​ເຂົ້າ​ຮ່ວມ​ງານ​ບຸນ, ຄະນະ​ຜູ້​ແທນ​ຈະ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສະ​ແດງ​ລາຍການ​ສິລະ​ປະ​ພື້ນ​ເມືອງ, ການ​ເຄື່ອນ​ໄຫວ​ປະຊາ​ຄົມ, ​ເດີນ​ຂະ​ບວນຕາມ​ຖະໜົນ… ​ແລະ ຈັດ​ຕັ້ງ​ການ​ລະ​ຫຼິ້ນ​ພື້ນ​ເມືອງ, ກໍ່​ຄືການ​ເຄື່ອນ​ໄຫວ​​ສົ່ງ​ເສີມ​ການທ່ອງທ່ຽວ - ການ​ບໍລິການ ​ແນະນຳ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໂຮ້ຍອານ ​ເຖິງ​ເພື່ອ​ນມິດ​ຍີ່ປຸ່ນ ​ແລະ ສາກົນ.

        ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນວັດທະນະທຳ​ໂຮ້ຍອານ - ຍີ່ປຸ່ນ ຄັ້ງ​ທີ 12 ​ເຊິ່ງຈັດ​ຂຶ້ນ​ຢູ່​ຍີ່ປຸ່ນ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ 2 ຝ່າຍ, ພ້ອມ​ທັງ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ຄຸ້ມເມືອງ​ເກົ່າ​ໂຮ້ຍອານ - ມໍລະດົກ​ວັດທະນະທຳ​ໂລກ ​ແລະ 5 ປີ​ແຫ່ງ ກູ່​ລາວ​ຈ່າມ, ​ໂຮ້ຍອານ ​ໄດ້​ຮັບ​ການ​ຮັບຮອງ​ວ່າ ແມ່ນ​ເຂດຊີວະ​ນາໆ​ພັນ​ຂອງ​ໂລກ.

ຂ່າວ/ບົດ​ອື່ນ