ງານ​ມະ​ໂຫລານວັດທະນະທຳ​ສິລະ​ປະຂອງ​ສະຖານທູດ​ບັນດາ​ປະ​ເທດອາ​ຊຽນ 2014

ງານ​ມະ​ໂຫລານວັດທະນະທຳ​ສິລະ​ປະຂອງ​ສະຖານທູດ​ບັນດາ​ປະ​ເທດອາ​ຊຽນ 2014 - ảnh 1

ງານ​ມະ​ໂຫລານວັດທະນະທຳ​ສິລະ​ປະຂອງ​ສະຖານທູດ​ບັນດາ​ປະ​ເທດອາ​ຊຽນ 2014
(ພາບ: ອິນເຕີແນດ)

(vovworld) - ຕອນ​ຄຳ່​ວັນ​ທີ 28/11 ງານ​ມະ​ໂຫລານວັດທະນະທຳ​ສິລະ​ປະຂອງ​ສະຖານທູດ​ບັນດາ​ປະ​ເທດອາ​ຊຽນ 2014 ​ໄດ້​ດຳ​ເນີນ​ຢູ່​ສະຖານທູດ​ອິນ​ໂດ​ເນ​ເຊຍ​ ປະຈຳ​ສິງ​ຄະ​ໂປ. ນອກຈາກ​ບັນດາ​ສະມາຊິກ​ໃນ​ກຸ່ມ, ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​​ບັນດາເອກ​ອັກຄະ​ລັດຖະທູດ, ທີ່​ຕາງໜ້າ​ໃຫ້​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ຢູ່​ສິງ​ຄະ​ໂປ​ ຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ​ເກົາຫຼີ, ຈີນ, ອິນ​ເດຍ ​ແລະ ລັດ​ເຊຍ ອີກ. ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ໄດ້​ນຳ​ເອົາ​ວັດທະນະທຳ​ ​ແລະ ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະ​ເທດ​ຕົນ​ມາ​ແນະນຳ​ກັບ​ເພື່ອນ​ມິດ, ການ​ເຄື່ອນ​ໄຫວ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ສະໜິດສະໜົມ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ກໍ່​ຄື​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ​ເຫດການ​ນີ້​ເພື່ອ​ແນ​ໃສ່​ໂຄສະນາ​ວັດທະນະທຳ​ອາ​ຊຽນ, ທັງ​​ເປັນ​ການ​ເພີ່ມ​ທະວີ​ນຳ້​ໃຈ​ສາມັກຄີ, ມິດຕະ ພາບ, ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ​ໃນ​ຄອບຄົວ​ອາ​ຊຽນ.

ຂ່າວ/ບົດ​ອື່ນ