ງານລ້ຽງສະເຫຼີມສະຫຼອງ 68 ປີແຫ່ງວັນສະຖາປະນາປະເທດ ສປ ຈີນ

(VOVWORLD) - ວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຫົ໋ງແສວຢຸ້ງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງປະເທດ ສປ ຈີນ (1/10/1949 – 1/10/2017). 
 
ງານລ້ຽງສະເຫຼີມສະຫຼອງ 68 ປີແຫ່ງວັນສະຖາປະນາປະເທດ ສປ ຈີນ - ảnh 1 ທ່ານ ຫົ໋ງແສວຢຸ້ງ ແລະ ທ່ານ ຫວໍວັນເຖືອງ

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫົ໋ງແສວຢຸ້ງ ໄດ້ຫວນຄືນບັນດາຜົນງານເຊິ່ງພັກ, ລັດຖະບານ ແລະ ປະຊາຊົນ ຈີນ ບັນລຸໄດ້ໃນ 68 ປີທີ່ຜ່ານມາກໍ່ຄືບັນດາຄວາມຄືບໜ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ຈີນ ກຽມພ້ອມກັບ ຫວຽດນາມ ຍູ້ແຮງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳການພົວພັນ 2 ປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ. ເຂົ້າຮ່ວມ ແລະ ກ່າວຄຳເຫັນອວຍພອນທີ່ງານລ້ຽງ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກກອມມູນິດ ຫວຽດນາມ,ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຢືນຢັນວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບພັກ ແລະ ປະຊາຊົນ ຈີນ ເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ລົງເລິກຮ່ວມມືຢ່າງແທດຈິງ, ນຳການພົວພັນ 2 ພັກ, 2 ລັດ ພັດທະນາຢ່າງມີສະຖຽນລະພາບ, ປອດໃສຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ, ພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ