ງານລ້ຽງເນື່ອງໃນໂອກາດສະເຫລີມສະຫລອງວັນເອກະລາດຂອງມຽນມາ

ງານລ້ຽງເນື່ອງໃນໂອກາດສະເຫລີມສະຫລອງວັນເອກະລາດຂອງມຽນມາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ​ແລະ​
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາThein Sein
ພາບ:TTXVN
(vovworld)- ຕອນ​ຄ່ຳ​ວັນ​ທີ 6/1, ສະ​ຖານ​ທູດ ມຽນ​ມາ ປະ​ຈ​ຳ​ຮ່າ​ໂນ້ຍ ໄດ້​ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 67 ປີ ແຫ່ງວັນ​ເອ​ກະ​ລາດ ມຽນ​ມາ (4/1/1948-4/1/2015). ທ່ານ Win Hlaing, ເອກ​ອັກ​ຄະ​ລັດ​ຖະ​ທູດ ມຽນ​ມາ ປະ​ຈຳ ຫວຽດ​ນາມ ຢືນ​ຢັນ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ​ແລະ ມຽນ​ມາ ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ພັດ​ທະ​ນາ​ອັນ​ດີ​ງາມ​ຢ່າງບໍ່​ຢຸດຢັ້ງ​ໃນ​ຫລາຍ​ຂົງ​ເຂດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະ​ຫວ່າງ ມຽນ​ມາ ແລະ ຫວຽດ​ນາ ຍັງ​ໃຫຍ່​ຫລວງ​ຢູ່. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ເລ​ຮ່​ວາຍ​ຈູງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ການ​ນຳ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ມຽນ​ມາ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ເພື່ອ​ສັນ​ຕ​ິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາ​ກ​ພື້ນກໍ​ຄື​ຢູ່​ໃນ​ໂລກ.
ຂ່າວ/ບົດ​ອື່ນ