ງານວາງສະແດງ “ປະທານໂຮ່ຈີມິນ ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ດີເລີດ ຂອງຫວຽດນາມ”

ງານວາງສະແດງ “ປະທານໂຮ່ຈີມິນ ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ດີເລີດ ຂອງຫວຽດນາມ” - ảnh 1
ປະທານ ໂຮ່ຈີມິນ

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ​ໂຮ່ຈີ​ມິນ (19/5/1890 – 19/5/2012) ​ແລະ 57 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນ ຫາຍ​ຟ່ອງ (13/5/1955 – 13/5/2012), ວັນ​ທີ 10/5, ຢູ່​ນະຄອນ ຫາຍ​ຟ່ອງ ​ໄດ້​ໄຂ​ງານ​ວາງສະ​ແດງ “ປະທານ ​ໂຮ່ຈີ​ມິນ ວິລະຊົນ​​ປົດ​ປ່​ອຍຊາດ, ນັກ​ວັດທະນະທຳ​ທີ່​ດີ​ເລ​ີດ​ຂອງ​ຫວຽດນາ​ມ”. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​​ເກືອບ 300 ​ເອກະສານ, ຮູບ​ພາບ ​ແລະ ວັດ​ຖຸພັນທີ່​ມີ​ຊີວິດ​ຊີວາ ​ແລະ ​ເລີກ​ເຊິ່ງກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ. ບັນດາ​ເອກະສານ, ວັດຖຸ​ພັນ ​ໄດ້​ສ່ອງ​​ແສງ​​ໃຫ້​ເຫັນການ​ເຄື່ອນ​ໄຫວ​ຢ່າງບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ມີ​ຕໍ່ການ​ປະຕິວັດ​ຫວຽດນາມ, ກໍ​ຄື​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ຢູ່ໃນ​ໂລກ ​ແລະ ນ້ຳ​ໃຈ​ຂອງ​ປະຊາຊົນ​ໂລກ​ທີ່ສະຫງວນ​ໃຫ້​ແກ່​ປະທານ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ