ງານວາງສະແດງ “ປະທານໂຮ່ຈິມິນ-ການເດີນທາງຊອກຫາເສັ້ນທາງກູ້ຊາດ”

ງານວາງສະແດງ “ປະທານໂຮ່ຈິມິນ-ການເດີນທາງຊອກຫາເສັ້ນທາງກູ້ຊາດ” - ảnh 1
(ງານ​ວາງ​ສະ​ແດງ)

(vovworld) - ມີ​​ພາບ​ຖ່າຍ​, ເອ​ກະ​ສານ ແລະ ວັດ​ຖຸ​ພັນເກືອບ 200 ຢ່າງ ໄດ້​ວາດ​ພາບ​ການ​ອອກ​ເດີນ​ທາງ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ ທີ່​ລຳ​ບາກ​ກາກ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ກໍ​ຄື​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ເພີ່ນ ໃນ​ພາ​ລະ​ກິດ​ຕໍ່​ສູ້, ປົດ​ປ່ອຍ​ຊ​າດ ທີ່​ໄດ້​ນຳ​ມາ​ວາງ​ສະ​ແ​ດງ​ໃນ ງານ​ວາງ​ສະ​ແດງ “ປະ​ທ​ານ​ໂຮ່​ຈ​ິ​ມິນ-​ການ​ເດີນ​ທາງ​ຊອກ​ຫາເສັ້ນ​ທາງ​​ກູ້​ຊາດ” ເຊິ່ງ​ຖື​ກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 03/06, ຢູ່​ຫ​ໍ​ພິ​ພິດ​ຕະ​ພັນ​ໂຮ່​ຈິ​ມິນ, ຮ່າ​ໂນ້ຍ. ງານ​ວາງ​ສະ​ແດງ “ປະ​ທ​ານ​ໂຮ່​ຈ​ິ​ມິນ-ເສັ້ນ​ທາງ​​ໄປ​ກູ້​ຊາດ” ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 126 ປີິ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ (19/05/1980 – 19/05/2016) ແລະ 105 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມິນ ອອກ​ເດີນ​ທາງ​ໄປ​ຊອກ​ຫາ​ເສັ້ນ​ທາງ​ກູ​້​ຊາດ (05/06/1911 – 05/06/2016). ດ້ວຍ​ 2 ເນື້ອ​ໃນ “ການ​ເດີນ​ທາງ​ທີ່ຍິ່ງ​ໃຫຍ່” ແລະ “​ເສັ້ນ​ທາງ​ປະ​ທານ​ໂຮ່​ຈິ​ມິນ ໄດ້​ເລືອກ​ເຟັ້ນ”, ງານ​ວາງ​ສະ​ແດງ ໄດ້ສະ​ຫຼຸບ​ການ​ເຄື່ອນ​ໄຫວ​ເດີນ​ທາງ​ຊອກ​ຫ​າ​ເສັ້ນ​ທາງ​ເພື່ອ​ກູ​້​ຊາດ ແຕ່​ຍິ່ງ​ໃຫຍ່​ຂອງ​ປະ​ທານ​ໂຮ່​ຈິ​ມິນ. ງານ​ວາງ​ສະ​ແດງ​ຈະ​ເປີດ​ປະ​ຕູ​ຮອດ​ທ້າຍ​ເດືອນ 06/2016.

ຂ່າວ/ບົດ​ອື່ນ