ງານວາງສະແດງ “ພົນເອກຫວໍງວຽນຢາບ-ຊີວິດປະຈຳວັນ“

ງານວາງສະແດງ “ພົນເອກຫວໍງວຽນຢາບ-ຊີວິດປະຈຳວັນ“ - ảnh 1
ງານວາງສະແດງ “ພົນເອກຫວໍງວຽນຢາບ-ຊີວິດປະຈຳວັນ“
(ພາບ: TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 26/5, ຢູ່​ຫໍພິພິດທະພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ, ທີ່​ຮ່າ​ໂນ້ຍ. ​ໄດ້​ຈັດ​ງານ​ວາງສະ​ແດງ “ພົນ​ເອກ​ຫວໍ​ງວຽນ​ຢາ​ບ-ຊີວິດ​ປະຈຳ​ວັນ“, ດ້ວຍ​ພາບ​ແຕ້ມ 40 ​ແຜ່ນ, ພາບ​ສີ​ຂັດມັນ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ແລະ ບ້ານ​ເກີດ​ຂອງ​ເພິ່ນ 8 ​ແຜ່ນ ​ໂດຍ​ຈິດຕະກອນນາງ ວັນ​ເຢືອງ​ແທ່ງ ​ປະຕິບັດ​ແຕ່​ວັນ​ທີ 29/3-3/4/1999. ພິ​ເສດ, ​ງານ​ວາງສະ​ແດງ​ຍັງ​ແນະນຳ​ບັນດາ​ພາບ​ແຕ້ມ​ໂດຍ ພົນ​ເອກ ຫວໍ​ງວຽນ​ຢາ​ບ​ແຕ້ມ​ເອງ. ຈິດຕະກອນນາງ ວັນ​ເຢືອງ​ແທ່ງ​, ແບ່ງປັນ​ວ່າ:

​ໃນ​ງານ​ວາງສະ​ແດງ​ນີ້​, ມີ​ບັນດາ​ພາບ​ແຕ້ມ​ກ່ອນ​ນີ້ 20 ປີ. ​ເວລາ​ນັ້ນ, ຂ້າພະ​ເຈົ້າ​ມີ​ໂອກາດ​ໄດ້​ມາ​ຢ້ຽມຢາມ ​ແລະ ກິນ​ເຂົ້າ​ພ້ອມ​ກັບ​ຄອບຄົວ​ພົນ​ເອກ. ຂ້າພະ​ເຈົ້າ​ໄດ້​ແຕ້ມ​ເພິ່ນ​ເພື່ອ​ຮັກສາ​ໄວ້​ເປັນ​ອະນຸສອນ. ​ເມື່ອ​ເພິ່ນ​ໄດ້​ລວງ​ລັບ​ໄປ​ແລ້ວ, ຂ້າພະ​ເຈົ້າ​ຢາກ​ແນະນຳ​ບັນດາ​ຮູບ​ພາບ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເພິ່ນ​ເຖິງ​ປະຊາຊົນ, ​ເພື່ອ​ຢາກ​ໃຫ້​ທຸກ​ຄົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ບຸກຄະ​ລິກພາບຂອງນາຍ​ພົນ​ປະຊາຊົນ​ຜູ້​ໜຶ່ງ

ຂ່າວ/ບົດ​ອື່ນ