ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ

ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ - ảnh 1
ງານ​ວາງສະ​ແດງ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 26/10 ຢູ່​ນະຄອນ ທ້າຍ​ງວຽນ
(ພາບ: ໜັງສືພິມ Thái Nguyên)

​(vovworld) – ງານ​ວາງສະ​ແດງ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ ສົມທົບ​ກັບ​ແຂວງ​ທ້າຍ​ງວຽນ ຈັດ​ຕັ້ງ​ ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 26/10 ຢູ່​ນະຄອນ ທ້າຍ​ງວຽນ. ມີ​ແຜນ​ທີ່​ເກືອບ 150 ​ແຜນ ​ແລະ ​ເອກະສານ​, ວັດຖຸ​ພັນ, ສິ່ງ​ພິມ​ຫຼາຍ​ຢ່າງ ທີ່​ໄດ້​ຮັບ​ການ​ປະກາດ​ນັບ​ແຕ່​ກ່ອນ​ມາ​ນີ້​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ເຊິ່ງຢັ້ງຢືນ​ວ່າ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​​ແມ່ນ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຂອງ​ຫວຽດນາມ. ງານ​ວາງສະ​ແດງ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແນ​ໃສ່​ເລືອກ​ເຟັ້ນບັນດາ​ພະຍານ​ຫຼັກ​ຖານ​ຢ່າງ​ໝັ້ນຄົງ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກົາ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ເພື່ອ​ແນະນຳ​ຕໍ່​ປະຊາຊົນ, ພ້ອມ​ທັງ​ປະຕິ​ເສດ​ບັນດາ​ຖ້ວຍ​ທຳນອງ​ເສກ​ສັນປັ້ນ​ແຕ່ງ​ປະຫວັດສາດ, ບັນດາ​ຄຳ​ຮຽກ​ສິດ​ກ່ຽວ​ກັບ​ອະທິປະ​ໄຕທີ່​​ໄຮ້​ເຫດຜົນສຳລັບ​ໝູ່​ເກົາ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ ກໍ່​ຄືບັນດາ​ເຂດ​ທະ​ເລ​ໝູ່​ເກົາ​ອື່ນໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ງານ​ວາງສະ​ແດງ​ຈະ​ດຳ​ເນີນ​ເຖິງ​ວັນ​ທີ 4/11.

 

ຂ່າວ/ບົດ​ອື່ນ