ງານວາງສະແດງພາບນ້ຳສີຫວຽດນາມ -ມາເລເຊຍ-ໄທ

ງານວາງສະແດງພາບນ້ຳສີຫວຽດນາມ -ມາເລເຊຍ-ໄທ - ảnh 1
ພາບ​ຂອງ​ນັກ​ຈິດ​ຕະ​ກ​ອນ ໂງ​ກວາ​ງ​ເຢືອງ

(vovworld)- ​ຕອນ​ບ່າຍ​ວັນ​ທີ 1/4/2015 ຢູ່ ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ສິນ​ຫວຽດ​ນາມ ໄດ້​ໄຂ​ງານ​ວາງ​ສະ​ແດງ “ພາບ​ນ້ຳ​ສີ” ໂດຍ​ແນະ​ນຳ​ພາບນ​້ຳ​ສີ 47 ແຜ່ນ​ຂອງ​​​ຈິດ​ຕະ​ກອນ 3 ປະ​ເທດ ຫວຽດ​ນາມ, ໄທ ແລະ ມາ​ເລ​ເຊຍ. ດ້ວຍ​ນ້ຳ​ສີ​ປະ​ເພດດຽວ ແຕ່​ດ້ວຍ​ແງ່​ມູມ​ສ​ະ​ເພາະ, ເຕັກ​ນິກ​ສະ​ເພາະ, ບັນ​ດາ​​​ຈິດ​ຕະ​ກອນ ຫວຽດ​ນາມ, ໄທ, ມາ​ເລ​ເຊຍ ໄດ້​ນຳ​ມາ​ໃຫ້​ຜູ້​ຊົມ​ຜະ​ລິດ​ຕະ​ພັນ​ແຕກ​ຕ່າງ​ກັນ. ງານ​ວາງ​ສະ​ແດງ​ພາບ​ນ້ຳ​ສີ ດຳ​ເນີນ​ໄປ​ແຕ່​ວັນ​ທີ 1-7/4. ນີ້ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ຊົມ​ບັນ​ດາ​ພາບ​ແຕ້ມ​ດ້ວຍ​ນ້ຳ​ສີ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຈິດ​ຕະ​ກອນ​ພາຍ​ໃນ​ປະ​ເທດ ຖອດ​ຖອນ​ບົດ​ຮຽນ​ໃນ​ການ​ແຕ້ມ​ຮູບ​ຂອງ​ບັນ​ດາ​ຈິດ​ຕະ​ກອນ ໄທ, ມາ​ເລ​ເຊຍ. ພາຍ​ຫລັງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ບັນ​ດາ​​ຈິດ​ຕະ​ກອນ ຫວຽດ​ນາມ, ມ​າ​ເລ​ເຊຍ, ໄທ ຈະ​ວາງ​ສະ​ແດງ​ພາບ​ນ້ຳ​ສີ​ຢູ່ ມາ​ເລ​ເຊຍ.


ຂ່າວ/ບົດ​ອື່ນ