(ພາບ: VOV5)
(vovworld)- ເພື່ອມຸ້ງໄປເຖິງພິທີສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/5/1890-19/5/2013), ຕອນເຊົ້າວັນທີ 13/5, ຢູ່ຮ່າໂນ້ຍ, ໜັງສືພິມພະລັງງານໃໝ່ ສົມທົບກັບມະໂມສອນສິລະປະຂຽນໜັງສືໜຸ່ມຮ່າໂນ້ຍ ໄດ້ໄຂງານວາງສະແດງສິລະປະການຂຽນບົດກະວີເປັນພາສາຈີນຂອງປະທານໂຮ່ຈິມິນ. ໃນໂອກາດນີ້, ຄະນະຈັດຕັ້ງໄດ້ຈັດຕັ້ງສິລະປະການຂຽນໜັງສືຈີນໂດຍມີການເຂົ້າຮ່ວມຂອງນັກຂຽນໜັງສືໜຸ່ມ 28 ຄົນຂອງມະໂມສອນສິລະປະຂຽນໜັງສືໜຸ່ມຮ່າໂນ້ຍ. ອ້າຍເລຕຽນດາດ, ສະມາຊິກມະໂມສອນສິລະປະຂຽນໜັງສືຮ່າໂນ້ຍ ໃຫ້ຮູ້ວ່າ:
“ງານວາງສະແດງຄັ້ງນີ້ມີບົດກະວີມ່ວນ ແລະ ມີຄວາມໝາຍຫຼາຍບົດ. ນ້ອກຈາກບົດກະວີບັນທຶກໃນຄຸກຂອງປະທານໂຮ່ຈິມິນແລ້ວ, ຂ້າພະເຈົ້າຍັງຂຽນບາງບົດກະວີເປັນພາສາຈີນອີກ. ນີ້ເປັນຄັ້ງທຳອິດທີ່ມີບັນດານັກສິລະປະຂຽນໜັງສືໜຸ່ມຫຼາຍຄົນເຂົ້າຮ່ວມ. ຄຸນນະພາບສິລະປະການຂຽນໜັງສືກໍ່ດີກ່ວາເມື່ອທຽບໃສ່ກ່ອນນີ້“.