ງານແຂ່ງຂັນຕີດອກປີກໄກ່ Ciputra ຮ່າໂນ້ຍ ດຶງດູດນັກກິລາມາຈາກ 18 ປະເທດ

(VOVWORLD) - ການແຂ່ງຂັນປີນີ້ໄດ້ດຶງດູດນັກກິລາ 292 ຄົນທີ່ມາຈາກ 18 ປະເທດ.

ງານແຂ່ງຂັນຕີດອກປີກໄກ່ Ciputra ຮ່າໂນ້ຍ ດຶງດູດນັກກິລາມາຈາກ 18 ປະເທດ - ảnh 1ຜົວເມຍນັກກິລາຕີດອກປີກໄກ່ ຫງວຽນຕ໋ຽນມີງ ແລະ ຫວູທິຈາງ ກໍ່ເຂົ້າຮ່ວມລາງວັນ

(ພາບ: tuoitrethudo.com.vn)

ງານແຂ່ງຂັນຕີດອກປີກໄກ່ Ciputra ຮ່າໂນ້ຍ ປີ 2018 ໄດ້ຈັດຕັ້ງແຕ່ວັນທີ 18 – 25 ມີນາ 2018, ຢູ່ສະໜາມກິລາໃນຮົ່ມ ເມືອງ ໄຕໂຮ່. ນີ້ແມ່ນການແຂ່ງຂັນນອນໃນລາຍການເຄື່ອນໄຫວຂອງສະຫະພັນຕີດອກປີກໄກ່ໂລກ.

        ການແຂ່ງຂັນປີນີ້ໄດ້ດຶງດູດນັກກິລາ 292 ຄົນທີ່ມາຈາກ 18 ປະເທດ. ໃນນັ້ນ, ເປັນໜ້າສົນໃຈແມ່ນເປັນຄັ້ງທຳອິດທີ່ມີ 8 ປະເທດມະຫາອຳນາດໄດ້ສົ່ງນັກກິລາມາຫວຽດນາມ ເພື່ອເຂົ້າຮ່ວມການແຂ່ງຂັນຄື: ຈີນ, ຍີ່ປຸ່ນ, ອິນໂດເນເຊ, ມາເລເຊຍ, ສິງກະໂປ, ສ. ເກົາຫຼີ, ໄທ ແລະ ອິນເດຍ. ໂດຍເຂົ້າຮ່ວມໃນການແຂ່ງຂັນປີນີ້ມີນັກກິລາຫຼາຍຄົນນອນໃນ Top 100 ຂອງໂລກ.

        ປີນີ້, ເງິນລາງວັນຂອງການແຂ່ງຂັນກໍ່ເພີ່ມຂຶ້ນ, ດ້ວຍຍອດມູນຄ່າແມ່ນ 25.000 USD. ຄະນະຈັດຕັ້ງໄດ້ເປີດປະຕູໃຫ້ຜູ້ນິຍົມເຂົ້າມາຊົມມາເຊຍ ຟຼີ.

ຕອບກັບ

ຂ່າວ/ບົດ​ອື່ນ