ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງວັນ ອາຊຽນ 2024 ຢູ່ ອາເມລິກາ ແລະ ການາດາ

(VOVWORLD) - ນີ້ແມ່ນຄັ້ງທຳອິດກະຊວງການຕ່າງປະເທດ ອາເມລິກາ ພ້ອມກັນເປັນປະທານຮ່ວມກັບ ACW ຈັດພິທີສະເຫຼິມສະຫຼອງວັນ ອາຊຽນ.
ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງວັນ ອາຊຽນ 2024 ຢູ່ ອາເມລິກາ ແລະ ການາດາ - ảnh 1(ຮ້ານວາງສະແດງຂອງ ຫວຽດນາມ)

        ວັນທີ 08 ສິງຫາ, ກົມອາຊີຕາເວັນອອກ - ປາຊີຟິກ, ກະຊວງການຕ່າງປະເທດ ອາເມລິກາ ແລະ ຄະນະກຳມະການ ອາຊຽນ ປະຈຳນະຄອນຫຼວງ ວໍຊິງຕັນ (ACW) ໄດ້ພ້ອມກັນຈັດພິທີ ສະເຫຼີມສະຫຼອງວັນ ອາຊຽນ ປີ 2024. ນີ້ແມ່ນຄັ້ງທຳອິດກະຊວງການຕ່າງປະເທດ ອາເມລິກາ ພ້ອມກັນເປັນປະທານຮ່ວມກັບ ACW ຈັດພິທີສະເຫຼິມສະຫຼອງວັນ ອາຊຽນ.

        ທີ່ເຫດການ, ສະຖານທູດບັນດາປະເທດ ອາຊຽນ ປະຈຳນະຄອນຫຼວງ ວໍຊິງຕັນ ໄດ້ຈັດການເຄື່ອນໄຫວວາງສະແດງ, ໂຄສະນາວັດທະນະທຳ, ອາຫານການກິນ, ສະແດງສິລະປະ. ຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດຄວາມເອົາໃຈໃສ່ຂອງຜູ້ແທນ ເຊິ່ງໄດ້ແນະນຳຊຸດອາພອນທີ່ເປັນມູນເຊື້ອ, ຟ້ອນຕຸກກະຕານ້ຳ, ສາຍຮູບເງົາກ່ຽວກັບທ່ອງທ່ຽວ ຫວຽດນາມ… ພິເສດ, ສະຖານທູດ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 4 ປະເທດ ອາຊຽນ ມີລາຍການສະແດງ ແລະ ຂັບ ກວານຫໍ້ ບັກນິງ, ຊ່ວຍໂຄສະນາ, ແນະນຳມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ ເຊິ່ງ UNESCO ໄດ້ຈົດຊື່ໃນປີ 2009.

        ເນື່ອງໃນໂອກາດນີ້, ສະຖານທູດບັນດາປະເທດ ອາຊຽນ ປະຈຳ ການາດາ ໄດ້ສົມທົບກັນຈັດງານບຸນອາຫານການກິນ ອາຊຽນ. ເຫດການໄດ້ດຶງດູດຄວາມສົນໃຈຂອງຜູ້ຕາງໜ້າອຳນາດການປົກຄອງນະຄອນ Ottawa ກໍຄືຂອງລັດຖະບານ ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ