ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ

(VOVWORLD) - ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອ (10 ກັນຍາ 1974 – 10 ກັນຍາ 2024) ແລະ ຮັບຫຼຽນໄຊ ໂຮ່ຈີມິນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ປະດັບຫຼຽນໄຊ)

        ຕອນເຊົ້າວັນທີ 10 ກັນຍາ, ຢູ່ ຮ່າໂນ້ຍ, ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ, ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອ (10 ກັນຍາ 1974 – 10 ກັນຍາ 2024) ແລະ ຮັບຫຼຽນໄຊ ໂຮ່ຈີມິນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຮ່ວມ ແລະ ປະດັບຫຼຽນໄຊ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຍ້ອງຍໍບັນດາຜົນງານດີເດັ່ນ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງຂອງກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດຕໍ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ຂອງຊາດໃນຕະຫຼອດໄລຍະ 50 ປີຜ່ານມາ. ທ່ານຊີ້ແຈ້ງວ່າ, ໃນສັງກະລາດໃໝ່, ຂະແໜງເຕັກນິກການທະຫານຕ້ອງນຳໜ້າກ່ຽວກັບການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຊີ, ຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງຢູ່ພາຍໃນ ແລະ ນອກກອງທັບ ເພື່ອຍູ້ແຮງການຄົ້ນຄວ້າພັດທະນາວິທະຍາສາດເຕັກນິກ ແລະ ເຕັກໂນໂລຊີການທະຫານໃຫ້ສອດຄ່ອງກັບເງື່ອນໄຂພິເສດສະເພາະຂອງ ຫວຽດນາມ; ກ່ຽມພ້ອມຮັບການຖ່າຍທອດເຕັກໂນໂລຊີກັບບັນດາຄູ່ຮ່ວມມືຕ່າງປະເທດ ເພື່ອສ້າງບາດກ້າວບຸກທະລຸໃນວຽກງານເຕັກນິກການທະຫານ, ພ້ອມທັງຮັບໃຊ້ໜ້າທີ່ຫັນປະເທດຊາດເປັນປະເທດອຸດສາຫະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ