ກຸຍບາ ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ກັບ ຫວຽດນາມ ກ່ຽວກັບຄວາມເສຍຫາຍທີ່ເກີດຈາກພາຍຸ

(VOVWORLD) - ການນຳ ກຸຍບາຍ ໄດ້ສົ່ງນ້ຳໃຈຄວາມສາມັກຄີຂອງປະເທດເກາະ ກາຣີເບ ເຖິງປະຊາຊົນ ຫວຽດນາມ ໃນຈຸດເວລາທີ່ຫຍຸ້ງຍາກນີ້.
ກຸຍບາ ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ກັບ ຫວຽດນາມ ກ່ຽວກັບຄວາມເສຍຫາຍທີ່ເກີດຈາກພາຍຸ - ảnh 1ໜັງສືພິມ Prensa Latina ລົງພິມຄຳແບ່ງເບົາຄວາມເສົ້າສະຫຼົດໃຈຂອງທ່ານປະທານ ກຸຍບາ Miguel Diaz-Canel Bermudez
(ພາບ: TTXVN)

        ວັນທີ 09 ກັນຍາ, ທ່ານປະທານ ກຸຍບາ Miguel Diaz-Canel Bermudez, ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງຈິງໃຈເຖິງພັກກອມມູນິດ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ກັບຄວາມເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນທີ່ເກີດຈາກພາຍຸ Yagi.

        ຜ່ານສື່ສັງຄົມອອນລາຍ X ຂອງຕົນ, ການນຳ ກຸຍບາຍ ໄດ້ສົ່ງນ້ຳໃຈຄວາມສາມັກຄີຂອງປະເທດເກາະ ກາຣີເບ ເຖິງປະຊາຊົນ ຫວຽດນາມ ໃນຈຸດເວລາທີ່ຫຍຸ້ງຍາກນີ້.

        ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກຸຍບາ Esteban Lazo ກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງບັນດາຄອບຄົວຜູ້ປະສົບເຄາະຮ້າຍຢູ່ ຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ