ຫວຽດນາມ - ອາເມລິກາ ໃຫ້ບຸລິມະສິດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

(VOVWORLD) - ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ບັນລຸໝາກຜົນແທດຈິງຫຼາຍຢ່າງໃນຫຼາຍຂົງເຂດ.
ຫວຽດນາມ - ອາເມລິກາ ໃຫ້ບຸລິມະສິດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ - ảnh 1(ທີ່ການພົບປະເຈລະຈາ)

        ພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ໄດ້ຈັດຂຶ້ນໃນວັນທີ 09 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ອາເມລິກາ, ທີ່ນະຄອນຫຼວງ ວໍຊິງຕັນ. ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin.

        ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ຕີລາຄາບົນພື້ນຖານຄວາມເປັນເອກະພາບລະຫວ່າງລັດຖະມົນຕີ 2 ທ່ານໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານລັດຖະມົນຕີ Lloyd Austin ໃນເດືອນ ກໍລະກົດ 2021, ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ບັນລຸໝາກຜົນແທດຈິງຫຼາຍຢ່າງໃນຫຼາຍຂົງເຂດ. ຫວຽດນາມ ຕີລາຄາສູງການໜູນຊ່ວຍ ແລະ ຄຳໝັ້ນສັນຍາຂອງລັດຖະບານ, ປະຊາຊົນ ອາເມລິກາ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພົ້ນເດັ່ນແມ່ນເພີ່ມງົບປະມານໜູນຊ່ວຍໂຄງການລ້າງສານພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ແລະ ການເຄື່ອນໄຫວໜູນຊ່ວຍຄົນພິການທີ່ຖືກຜົນສະທ້ອນຍ້ອນທາດພິດສີສົ້ມຢູ່ ຫວຽດນາມ.

        ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກເຖິງບຸລິມະສິດການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. 2 ຝ່າຍກໍ່ຊຸກຍູ້ ແລະ ເຮັດໃຫ້ການຮ່ວມມືໃນຂົງເຂດ: ຮັກສາສັນຕິພາບສະຫະປະຊາຊາດ, ບຳລຸງສ້າງ, ເສນາຮັກ, ຊອກຫາກູ້ໄພກູ້ຊີບ, ໜູນຊ່ວຍມະນຸດສະທຳ/ກູ້ໄພກູ້ຊີບໄພພິບັດ, ທາບທາມຄວາມເຫັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍພາກພື້ນ ແລະ ສາກົນໃຫ້ເລິກເຊິ່ງກວ່າ.

        ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ລົງນາມໃນບົດອັບເດດຖະແຫຼງການວິໄສທັດຮ່ວມ ຫວຽດນາມ - ອາເມລິກາ ກ່ຽວກັບການປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ