ຈັດສັນການລົງທຶນຂອງຕ່າງປະເທດຢ່າງເໝາະສົມສຳລັບພາກໃຕ້

ຈັດສັນການລົງທຶນຂອງຕ່າງປະເທດຢ່າງເໝາະສົມສຳລັບພາກໃຕ້ - ảnh 1
(ພາບປະກອບ Thanh Vũ/TTXVN)

(vovworld) – ທີ່​ກອງ​ປະຊຸມ​​ແລກປ່ຽນ​ກ່ຽວ​ກັບ​ການລົງທຶນ​ຕ່າງປະ​ເທດ​ໃຫ້​ບັນດາ​ແຂວງ, ນະຄອນ​ພາກ​ໃຕ້, ຖືກ​ຈັດ​ຕັ້ງ​​ໃນ​ວັນ​ທີ 14/8, ຢູ່ ​ເກີນ​​ເທີ, ທ່ານ ​ໂດ໋​ເຍີ​ດຮ່ວາງ, ຫົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ​ໃຫ້​ຮູ້​ວ່າ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ​ແມ່ນ​ເຂດ​ມີ​ທ່າ​ແຮງ​ກ່ຽວ​ກັບ​ກະສິກຳ, ສິນ​ໃນ​ນ້ຳ, ຕົ້ນ​ໄມ້​ກິນ​ໝາກ. ບັນດາ​ທ້ອງ​ຖີ່​ນຕ້ອງ​ກຳນົດ​ທ່າ​ແຮງຂອງ​ແຕ່ລະ​ຜະລິດ​ຕະພັນ​ຢ່າງ​ຈະ​ແຈ້ງ. ຈາກ​ນັ້ນ, ກົມ​ລົງທຶນ​ຕ່າງປະ​ເທດ​ມີ​ພື້ນຖານ​ແນະນຳ, ຜູກ​ຮັດ​ກັບ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເພື່ອຄົ້ນ​ຄ້ວາ, ຊອກ​ຮູ້ ​ແລະ ມີ​ແຜນການ​ລົງທຶນ. ​ແລະກໍ່ຕາມ​ທ່ານ ຮ່ວາງ ​ແລ້ວ, ປະຈຸ​ບັນ, ກົມ​ລົງທຶນ​ຕ່າງປະ​ເທດ​ພວມ​ຈັດ​ສັນການ​ລົງທຶນ​ໃຫ້​ບັນດາ​ທ້ອງ​ຖີ່​ນຕາມ​ທິດ​ຈຸດ​ສຸມ, ຖືກຕ້ອງ​ກັບ​ທ່າ​ແຮງ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ, ຮັບປະ​ກັບ​ຄຸນ​ນະພາ​ບການ​ລົງທຶນ:

    “ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ທາງ​ພາກ​ໃຕ້ ຫວຽດນາມ ທ່າ​ແຮງ​ແມ່ນ​ກະສິກຳ, ສິນ​​ໃນ​ນ້ຳ, ຕົ້ນ​ໄມ້​ກິນ​ໝາກ. ຊຸມ​ປີ​ຜ່ານ​ມາ, ພວກ​ເຮົາ​ກໍ່​ຮຽກຮ້ອງ​ລົງ​ທຶນ​ແຕ່​ບໍ່​ທັນ​ເປັນ​ລະບຽບ, ຍັງ​ບໍ່​ທັນ​ມີ​ນະ​ໂຍບາຍ​ບຸກທະລຸ​ເພື່ອ​ໃຫ້​ແຕ່ລະ​ຂະ​ແໜງ, ຂົງ​ເຂດພົ້ນ​ເດັ່ນ. ດັ່ງ​ນັ້ນ, ບໍ່​ມີ​ການ​ດຶງ​ດູດ​ໃຫ້​ບັນ​ກາ​ນັກ​ລົງທຶນ. ປະຈຸ​ບັນ, ຕ້ອງ​ຈັດ​ສັນຢ່າງ​ລະອຽດ ​ແລະ ພວກ​ຂ້າພະ​ເຈົ້າ​ຈະ​ສົມທົບ​ກັບ​ທ້ອງ​ຖີ່​ນ​ເຮັດ​ໃຫ້​ບັນຫາ​ນີ້​ລະອຽດກ່ວາ.”



ຂ່າວ/ບົດ​ອື່ນ