ຈີນ ກາຍເປັນນັກລົງທຶນໃຫຍ່ສຸດຢູ່ ອາຟຣີກາ ໃນໄລຍະ 2014 – 2018

(VOVWORLD) -  ຈີນ ໄດ້ລົງທຶນເຂົ້າ ອາຟຣີກາ ດ້ວຍເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ກ່ວາ 72 ຕື້ USD ໃນໄລຍະແຕ່ປີ 2014 – 2018, ຜ່ານນັ້ນ ໄດ້ກາຍເປັນປະເທດທີ່ມີຈຳນວນທຶນ FDI ຫລາຍກ່ວາໝູ່ທີ່ລົງທຶນເຂົ້າທະວີບນີ້.

  ກໍ່ໃນໄລຍະດັ່ງກ່າວ, ນອກຈາກການລົງທຶນເຂົ້າພື້ນຖານໂຄງລ່າງແລ້ວ ຈີນ ຍັງໄດ້ປະຕິບັດການຫັນແຫຼ່ງທຶນ FDI ເປັນຫລາຍຮູບຫລາຍແບບເຂົ້າສູ່ຂົງເຂດອື່ນ ລວມມີການຂາຍຍ່ອຍ, ການສື່ສານ ແລະ ການທ່ອງທ່ຽວ - ໂຮງແຮມ.

        ໄປຄຽງຄູ່ກັບບັນດາຂົງເຂດລົງທຶນທີ່ເປັນມູນເຊື້ອຄື: ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ ແລະ ການເງິນ ປັດຈຸບັນໄດ້ຮັບຖືວ່າ ພວມຢູ່ໃນໄລຍະອີ່ມຕົວ, ບັນດານັກລົງທຶນຕ່າງປະເທດນຳໜ້າຄື ຈີນ ພວມມີທ່າອ່ຽງເປີດກ້ວາງລົງທຶນໄປສູ່ຂົງເຂດການບໍລິການຄື ການຂາຍຍ່ອຍ, ການສື່ສານ ແລະ ການທ່ອງທ່ຽວ - ໂຮງແຮມ.

ຕອບກັບ

ຂ່າວ/ບົດ​ອື່ນ