ຈີນ ກຳນົດເວລາດຳເນີນວາລະປະຊຸມຄົບຄະນະຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດ

(vovworld)- ສະພາ​ແຫ່ງ​ຊາດ ຈີນ ຫາ​ກໍ່​ສິ້ນ​ສຸດ​ວາລະ​ປະຊຸມ​ຄັ້ງ​ທີ 30 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ 11 ​ໃນ​ວັນ​ທີ 28/12.​ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ໄດ້​ກຳ​ນົດຈຸດ​ເວລາ​ດຳ​ເນີນວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ປະຖົມມະ​ເລີກ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 12 ​ໃນ​ວັນ​ທີ 5/3/2013. ຢູ່​ວາລະ​ປະຊຸມ​ຄັ້ງ​ຈະ​ມາ​ເຖິງ, ບັນດາ​ຜູ້​ແທນ​ຈະ​ເລືອກ​ຕັ້ງ​ບັນດາ​ການ​ນຳ​ໃຫມ່, ​ໃນ​ນັ້ນ​ມີ​ຕຳ​ແຫນ່​ງປະທານ​ປະ​ເທດ​ຈີນ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ວາລະ​ປະຊຸມ​ດັ່ງກ່າວ​ຈຳ​ແກ່ຍາວ​ໃນ​ເວລາ​ສອງ​ອາທິດ.​ແລະ​ກໍ​ໃນ​ວາລະ​ປະຊຸມ​ຄັ້ງ​ທີ 30 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 11 ທີ່​ຫາ​ກໍ່​ອັດ​ລົງ, ທ່ານ ກົວ​ເຊິ​ງຂູູນ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດຖະມົນຕີ​ກະຊວງ​ຕຳຫລວດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ