ຈີນ​ ຄັດ​ຄ້ານ​ຢ່າງ​ແຮງຕໍ່​ການມີ​ໜ້າຂອງ​ ກອງ​ທັບ ອາ​ເມ​ລິ​ກາຢູ່​ໄຕ້​ຫວັນ

(VOVWORLD) -ກ່າວຄຳເຫັນທີ່ການຖະແຫຼງຂ່າວ ໃນຕອນບ່າຍວັນທີ 28 ຕຸລາ, ທ່ານ ຫວ່າງເວິ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ອີກຄັ້ງໜຶ່ງ ໄດ້ປະຕິເສດ ທຸກຮູບການແລກປ່ຽນທາງການ ແລະ ການພົວພັນການທະຫານ ລະຫວ່າງ ອາເມລິກາ ແລະ ໄຕ້ຫວັນ,
ຈີນ​ ຄັດ​ຄ້ານ​ຢ່າງ​ແຮງຕໍ່​ການມີ​ໜ້າຂອງ​ ກອງ​ທັບ ອາ​ເມ​ລິ​ກາຢູ່​ໄຕ້​ຫວັນ - ảnh 1ທ່ານ ຫວ່າງເວິ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ

ພາຍຫຼັງການຢັ້ງຢືນຄັ້ງທຳອິດ ຂອງ ການນຳ ໄຕ້ຫວັນ ກ່ຽວກັບເລື່ອງ ກອງທັບອາເມລິກາໄດ້ມີໜ້າຢູ່ ເກາະແຫ່ງນີ້, ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ຈີນ ໄດ້ພ້ອມກັນການຄັດຄ້ານຢ່າງແຮງ ຕໍ່ການກະທຳທີ່ໄດ້ໃຫ້ຂໍ້ສັງເກດວ່າ ລ້ຳ “ເສັ້ນແດງ” ນີ້.

ກ່າວຄຳເຫັນທີ່ການຖະແຫຼງຂ່າວ ໃນຕອນບ່າຍວັນທີ 28 ຕຸລາ, ທ່ານ ຫວ່າງເວິ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ອີກຄັ້ງໜຶ່ງ ໄດ້ປະຕິເສດ ທຸກຮູບການແລກປ່ຽນທາງການ ແລະ ການພົວພັນການທະຫານ ລະຫວ່າງ ອາເມລິກາ ແລະ ໄຕ້ຫວັນ, ກໍ່ຄື ເລື່ອງ ອາເມລິກາ ແຊກແຊງເຂົ້າວຽກງານພາຍໃນ ແລະ ມີການກະທຳ “ເກາະຜິດປັ່ນປ່ວນ”.

ຕອບກັບ

ຂ່າວ/ບົດ​ອື່ນ