ຈີນ ລໍ​ຄອຍ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ

(VOVWORLD) -      ຕອນບ່າຍວັນທີ 15 ສິງຫາ, ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ໄດ້ອອກແຈ້ງການກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແຕ່ວັນທີ 18 – 20 ສິງຫາ, ພ້ອມທັງຢັ້ງຢືນວ່າ ຈີນ ຫວັງວ່າ ການຢ້ຽມຢາມຈະເຮັດໃຫ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ເລິກເຊິ່ງຕື່ມອີກ.
ຈີນ ລໍ​ຄອຍ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ - ảnh 1ທ່ານນາງ ຮວ້າຊຸ່ນຍິງ ໂຄສົກກະຊວງການຕ່າງປະເທດ ຈີນ  (ພາບ: China Daily)

ໃນຖະແຫຼງການດ້ວຍລາຍລັກອັກສອນທີ່ໄດ້ສົ່ງໃຫ້ນັກຂ່າວ VOV ປະຈຳ ປັກກິ່ງ ແລະ ເອົາລົງໃນເວັບໄຊຂອງກະຊວງການຕ່າງປະເທດ ຈີນ ໃນວັນທີ 15 ສິງຫາ, ທ່ານນາງ ຮວ້າຊຸ່ນຍິງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ໃນໄລຍະຢ້ຽມຢາມທາງລັດຖະກິດ ຢູ່ ຈີນ ແຕ່ວັນທີ 18 – 20 ສິງຫາ; ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຈະພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ; ທ່ານນາຍົກລັດຖະມົນຕີ ຫຼີຊຽນ, ທ່ານ ຈ້າວຫຼີຈຽນ ປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ແລະ ທ່ານ ຫວາງຫູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ ຈີນ ກໍຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຊັ່ນດຽວກັນ.

        ຈີນ ຫວັງວ່າ ຜ່ານການຢ້ຽມຢາມຄັ້ງນີ້, ສອງປະເທດຈະສືບຕໍ່ເສີມຂະຫຍາຍໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ເຮັດໃຫ້ການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ເລິກເຊິ່ງກວ່າອີກ, ພ້ອມກັນເດີນຕາມເສັ້ນທາງຫັນເປັນທັນສະໄໝສັງຄົມນິຍົມ ທີ່ມີຄວາມເປັນເອກະລັກສະເພາະຂອງຕົນ, ພ້ອມກັນຊຸກຍູ້ການພັດທະນາຂອງພາລະກິດສັງຄົມນິຍົມໂລກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.  

ບິກທ້ວນ - ນັກຂ່າວ VOV ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ