ຈີນ ສະ​ໜັບ​ສະ​ໜູນ​ອີ​ຣາ​ນ ປົກ​ປັກ​ຮັກ​ສາ ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ

(VOVWORLD) - ຈີນສະໜັບສະໜູນອີຮານໃນການປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ, ໃນຄວາມມານະພະຍາຍາມຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງກຽມພ້ອມຮັກສາການຕິດຕໍ່ພົວພັນກັບ ອີຣານ.

ທ່ານ ຫວ່າງອີລັດຖະມົນຕີການຕ່າງປະເທດຈີນ ຖະແຫຼງການສະໜັບສະໜູນ ອີຣານໃນການປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງ. ຖະແຫຼງການຂອງ ທ່ານລັດຖະມົນຕີ ຫວ່າງອີ ໄດ້ຍົກອອກມາໃນການເຈລະຈາທາງໂທລະສັບໃນວັນທີ 11 ສິງຫາກັບທ່ານ Ali Bagheri Kani ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ອີຣານ.

ໃນການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນຕາເວັນອອກກາງ. ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ຈີນແລ້ວ, ທ່ານຫວ່າງອີ ໄດ້ຢັ້ງຢືນຄືນໃໝ່ເລື່ອງປັກກິ່ງ ຄັດຄ້ານ ແລະ ກ່າວປະນາມຢ່າງຮູນແຮງ ເຫດລອບສັງຫານ ທ່ານ Ismail Haniyeh ການນຳຂະບວນການອິດສະລາມ ຮາມາດສ ຢູ່ເຕເຮຣານ ໃນວັນທີ 31 ກໍລະກົດ. ທ່ານ ຫວ່າງອີ ຖືວ່າ ການບຸກໂຈມຕີນີ້ກໍ່ຜົນກະທົບຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ທ່ານປະກາດ ຈີນສະໜັບສະໜູນອີຮານໃນການປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ, ໃນຄວາມມານະພະຍາຍາມຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງກຽມພ້ອມຮັກສາການຕິດຕໍ່ພົວພັນກັບ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ