(vovworld) - ວັນທີ 20/9, ຈີນຮຽກຮ້ອງ ຍີ່ປຸ່ນໂອ້ລົມສົນທະນາ ແລະ ເຈລະຈາ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງອະທິປະໄຕຢູ່ໝູ່ເກາະ ຕ້ຽວອີ ເຊິ່ງ ຍີ່ປຸ່ນເອີ້ນວ່າ Senkaku ຢູ່ທະເລຮົວຕຸງ. ກ່າວຄຳເຫັນທີ່ກອງປະຊຸມຂ່າວປະຈຳເດືອນ, ໂຄສົກກະຊວງການຕ່າງປະເທດຈີນ ຮຸງເຫຼືຍ ໄດ້ເນັ້ນໜັກວ່າ ຍາມໃດ ປັກກິງ ກໍຢືດໝັ້ນວ່າ ບັນຫາທີ່ກ່ຽວຂ້ອງເຖິງໝູ່ເກາະຕ້ຽວອີ ຕ້ອງໄດ້ແກ້ໄຂຜ່ານການໂອ້ລົມສົນທະນາ ແລະ ເຈລະຈາ. ຈີນ ຈະຮັກສາການຕິດຕໍ່ພົວພັນກັບຝ່າຍຍີ່ປຸ່ນ ໃນທຸກຂັ້ນ ແລະ ອະທິບາຍຫຼັກໝັ້ນທາງການຂອງຈີນ.
ໜັງສືພິມ Nihon Keizai, ຍີ່ປຸ່ນ, ວັນທີ 20/9 ໄດ້ຄັດຄຳເວົ້າຂອງທ່ານຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ Osamu Fujimura ໂດຍໃຫ້ຮູ້ວ່າ ໂຕກຽວ ຈະຮຽກຮ້ອງ ປັກກິງ ໃຊ້ຄ່າເສຍຫາຍຢູ່ທູດຍີ່ປຸ່ນ ຢູ່ຈີນ, ຍ້ອນບັນດາຜູ້ແຫ່ຂະບວນປະທ້ວງຈີນ ກໍຂຶ້ນ. ທ່ານ Fujimura ກໍ່ຖືວ່າ ບັນດາຄວາມຮຽກຮ້ອງໃຊ້ຄ່າເສຍຫາຍ ຂອງບັນດາວິສາຫະກິດຂອງຍີ່ປຸ່ນ ຢູ່ຈີນ ຕ້ອງໄດ້ຮັບການແກ້ໄຂໂດຍຜ່ານທາງດ້ານນິຕິທຳຂອງຈີນ.