ຈີນພ້ອມແລ້ວກັບ ອາຊຽນປະຕິບັດ DOC

ຈີນພ້ອມແລ້ວກັບ ອາຊຽນປະຕິບັດ DOC  - ảnh 1
ໂຄສົກກະຊວງ ການຕ່າງປະເທດຈີນ ທ່ານ Hong Lei (​​ພາບ: AP)


Vovworld- ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ເມື່ອ ວັນ​ທີ 20/7,ໂຄສົກກະຊວງ ການຕ່າງປະເທດຈີນ ທ່ານ Hong Lei ​ໄດ້ຢືນຢັນ​ຄຳໝັ້ນ​ສັນຍາ​ຂອງ​ຈີນ ​ແມ່ນມານະພະຍາຍາມພ້ອມກັບບັນດາປະເທດ ອາຊຽນ ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ. ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ຊີ້ແຈ້ງວ່າ ຈີນ​ພ້ອມ​ແລ້ວ​ ກັບ​ອາ​ຊຽນ ປະຕິບັດຖະແຫຼງການ ກ່ຽວກັບ ວິທີການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (  DOC ) ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ກໍຄືທາບທາມເພື່ອສ້າງຂໍ້ກຳນົດວ່າດ້ວຍ ວິທີການປະພຶດ ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).

   ຂ່າວ​ຍັງ​ໃຫ້​ຮູ້​ວ່າ ​ໃນ​ວັນ​ດຽວ​ກັນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ທ່ານ​ Anifah Aman  ​ແລະ ຄູ່​ຕ່ຳ​ແໜ່​ງຂອງ​ຟີ​ລິບ​ປີນ ທ່ານ Albert Del Rosario ​ໄດ້​ມີ​ການ​ເຈ​ລະ​ຈາ​ຢູ່​ນະຄອນຫຼວງ​ມາ​ນີລາ, ​ໃນ​ນັ້ນ 2 ຝ່າຍ​ຖະ​ແຫຼ​ງສະໜັບ ສະໜູນ “ ຫຼັກການ 6 ຂໍ້​ຂອງ​ອາ​ຊຽນກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ລັດຖະມົນຕີ​ທັງ 2 ​ໄດ້​ເຕື້ອງ​ເຖິງ​ກຳນົດ​ທິດ​ຂອງ​ອາ​ຊຽນ ພາຍຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ່ 45. 2 ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ​ວ່າ ອາ​ຊຽນຄວນ​ຮ່ວມ​ມື​ກັນ​ຢ່າ​ງ​ແໜ້ນ​ແຟ້ນກ່ວາ​ເພື່ອ​ບັນລຸ​ຈຸດໝາຍ​ສ້າງ​ປະ​ຊາ​ຄົມ​ອາຊຽນ​ໃນ​ປີ 2015 .

ຂ່າວ/ບົດ​ອື່ນ