ຈີນ,ອາເມລິກາ ປຶກສາຫາລືກ່ຽວກັບການຍົກເລີກພາສີເພີ່ມເຕີມທັງໝົດ

(VOVWORLD) -ວັນທີ 09 ມີນາ, ທ່ານຮອງລັດຖະມົນຕີກະຊວງການຄ້າຈີນ ຫວາງເສົາຫວີນ ໃຫ້ຮູ້ວ່າ, ປະເທດນີ້ພວມເຈລະຈາກັບອາເມລິກາ ກ່ຽວກັບຂໍ້ຕົກລົງຍົກເລີກບັນດາປະເພດພາສີເພີ່ມເຕີມທັດໝົດ ເຊິ່ງ 2 ຝ່າຍໄດ້ຈັດວາງສຳລັບສິນຄ້າຂອງກັນ ໃນສະພາບການຂັດແຍ້ງດ້ານການຄ້າ.

ກ່າວຄຳເຫັນຢູ່ນອກກອງປະຊຸມປະຈຳປີ ຂອງກອງປະຊຸມໃຫຍ່ສະພາແຫ່ງຊາດ ພວມດຳເນີນຢູ່ປັກກິງ, ທ່ານຮອງລັດຖະມົນຕີ ຫວາງເສົາຫວີນ ຖືວ່າ, ເລື່ອງເພີ່ມອັດຕາພາສີໄດ້ກໍ່ຄວາມເສຍຫາຍເຖິງຜົນປະໂຫຍດດ້ານເສດຖະກິດຂອງທັງຈີນ ແລະ ອາເມລິກາ ແລະ ທົ່ວໂລກ. ທ່ານຢືນຢັນວ່າ, ທັງ 2 ຝ່າຍຕ້ອງບັນລຸໄດ້ຂໍ້ຕົກລົງເພື່ອລົບລ້າງພາສີອາກອນເພີ່ມເຕີ່ມທັງໝົດທີ່ພວມຈັດວາງໃຫ້ກັນ, ຈາກນັ້ນ ເຮັດໃຫ້ການພົວພັນ 2 ຝ່າຍກັບຄືນສູ່ສະພາບປົກກະຕິ. ທ່ານກໍ່ເນັ້ນໜັກວ່າ, ບໍ່ວ່າກົນໄກປະຕິບັດໃດໆກໍ່ລ້ວນແຕ່ “ຕ້ອງມີ 2 ສົ້ນ, ມີຄວາມຍຸດຕິທຳ ແລະ ສະເໝີພາບ.”

        ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ນັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ສະແດງຄວາມປະເອີບໃຈຕໍ່ເລື່ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບຈີນ, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ຖະແຫຼງວ່າ ຈະບໍ່ລົງນາມຖ້າຫາກຂໍ້ຕົກລົງນັ້ນບໍ່ສ້າງຜົນປະໂຫຍດໃຫ້ແກ່ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ