ຈີນ​ເຊື່ອ​ໝັ້ນ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ອາດ​ຈະ​ນຳ​ມາ​ເຊິ່ງ​ໝາກຜົນທີ່​ຕັ້ງ​ໜ້າ​

(VOVWORLD) -   ທ່ານ ຫຼູຄາງ ກໍ່ໄດ້ເນັ້ນໜັກເຖິງເລື່ອງ ຊອກຫາວິທີການໂດຍທັງສອງຝ່າຍອມຮັບວ່າແມ່ນສຳຄັນທີ່ສຸດ. ຂໍ້ຕົກລົງສອງຝ່າຍແມ່ນຜົນປະໂຫຍດ ບໍ່ພຽງແຕ່ຂອງປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງເປັນຄວາມລໍຄອຍຂອງທົ່ວໂລກອີກດ້ວຍ
ຈີນ​ເຊື່ອ​ໝັ້ນ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ອາດ​ຈະ​ນຳ​ມາ​ເຊິ່ງ​ໝາກຜົນທີ່​ຕັ້ງ​ໜ້າ​ - ảnh 1ທ່ານ ຫຼູຄາງ ໂຄສົກກະຊວງການຕ່າງປະເທດ ຈີນ( ພາບ: CNN) 

      ວັນທີ 19 ມິຖຸນາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳວັນ, ທ່ານ ຫຼູຄາງ ໂຄສົກກະຊວງການຕ່າງປະເທດ ຈີນຖືວ່າ ບັນດາການເຈລະຈາທາງການຄ້າກັບອາເມລິກາອາດຈະນຳມາເຊິ່ງຜົນງານທີ່ຕັ້ງໜ້າພາຍຫຼັງບັນດາການນຳຂອງສອງປະເທດໄດ້ເຫັນດີເປັນເອກະພາບຈະເຊື່ອມຕໍ່ການເຈລະຈາຄືນໃໝ່ທີ່ກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (G20) ເຊິ່ງຈະດຳເນີນໃນທ້າຍເດືອນນີ້ຢູ່ ຍີ່ປຸ່ນ.

        ທ່ານ ຫຼູຄາງ ກໍ່ໄດ້ເນັ້ນໜັກເຖິງເລື່ອງ ຊອກຫາວິທີການໂດຍທັງສອງຝ່າຍອມຮັບວ່າແມ່ນສຳຄັນທີ່ສຸດ. ຂໍ້ຕົກລົງສອງຝ່າຍແມ່ນຜົນປະໂຫຍດ ບໍ່ພຽງແຕ່ຂອງປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງເປັນຄວາມລໍຄອຍຂອງທົ່ວໂລກອີກດ້ວຍ. ອີງໃສ່ບັນດາການເຄື່ອນໄຫວແລກປ່ຽນສອງຝ່າຍໃນຕະຫຼອດ 4 ທົດສະວັດຜ່ານມາ, ທ່ານ ຫຼູຄ໊າງເຊື່ອໝັ້ນວ່າ ສອງຝ່າຍອາດຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ